Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ” ຊົງຊ່ວຍເຮົາໃຫ້ລອດດ້ວຍພຣະກະລຸນາທິຄຸນຂອງພຣະອົງ ”

    ບ່າວຮັບໃຊ້ຄົນໜຶ່ງຂອງນາຍຮ້ອຍໄດ້ນອນປ່ວຍເປັນອໍາມະພາດ ໃນໝູ່ຊາວໂຣ ມັນແລ້ວຖືວ່າບ່າວຮັບໃຊ້ຄືທາດຊຶ່ງຊື້ຂາຍກັນໄດ້ໃນທ້ອງຕະຫຼາດ ແລະຫຼາຍຄັ້ງທີ່ຈະ ໄດ້ຮັບການປະຕິບັດຢ່າງໂຫດຮ້າຍທາລຸນ ແຕ່ນາຍຮ້ອຍຄົນນີ້ມີຈິດໃຈຮັກອີດູສົງສານ ຄົນຮັບໃຊ້ຂອງເຂົາ ແລະມີຄວາມປາຖະໜາຍິ່ງທີ່ຈະໃຫ້ເຂົາຫາຍຈາກໂລກ ເຂົາເຊື່ອວ່າ ພຣະເຢຊູຈະຊົງຮັກສາຄົນຮັບໃຊ້ໃຫ້ຫາຍປ່ວຍໄດ້ ເຂົາບໍ່ເຄີຍພົບເຫັນພຣະຜູ້ຊ່ວຍໃຫ້ ລອດມາກ່ອນ ແຕ່ຂ່າວທີ່ເຂົາເຄີຍໄດ້ຍິນໄດ້ບັນດານຈິດໃຈໃຫ້ເຂົາມີຄວາມເຊື່ອແມ່ນວ່າ ຊາວຢີວຈະມີພິທີກໍາອັນເຄັ່ງຄັດກໍຕາມ ແຕ່ນາຍທະຫານທ່ານນີ້ມີຄວາມເຊື່ອໝັ້ນວ່າສາ ສະໜາຂອງເຂົານັ້ນມີຄວາມສໍາຄັນເໜືອກວ່າສາສະໜາຂອງຕົນເອງ ເຂົາໄດ້ທໍາລາຍສິ່ງ ກີດຂວາງໃນອະຄະຕິແລະຄວາມຈໍາແນກລະຫວ່າງເຊື້ອຊາດ ຊຶ່ງໄດ້ແບ່ງແຍກຜູ້ຊະນະ ອອກຈາກຜູ້ທີ່ຕົກຢູ່ພາຍໃຕ້ການປົກຄອງ ເຂົາໄດ້ສະແດງຄວາມເຄົາລົບນັບຖືຕໍ່ການປະ ຕິບັດຮັບໃຊ້ພຣະເຈົ້າແລະສະແດງຄວາມເມດຕາກະລຸນາຕໍ່ຊົນຊາດຢີວ ໂດຍການທີ່ເຂົາ ໄດ້ເປັນຜູ້ທີ່ນະມັດສະການພຣະເຈົ້ານໍາ ໃນຄໍາສັ່ງສອນຂອງພຣະຄຣິດຕາມທີ່ເຂົາໄດ້ຍິນມາ ເຂົາໄດ້ພົບສິ່ງໜຶ່ງຊຶ່ງຈິດວິນຍານຂອງເຂົາຕ້ອງການ ທຸກສິ່ງທີ່ກ່ຽວຂ້ອງກັບຝ່າຍຈິດ ວິນຍານໃນຕົວຂອງເຂົາໄດ້ຕອບສະໜອງຕໍ່ພຣະດໍາລັດຂອງພຣະຜູ້ຊ່ວຍໃຫ້ລອດ ແຕ່ ເຂົາຄິດວ່າຕົວເອງນັ້ນບໍ່ມີຄ່າຄວນທີ່ຈະໄດ້ເຂົ້າເຝົ້າພຣະເຢຊູ ເຂົາຈຶ່ງໄດ້ຮ້ອງຂໍໃຫ້ຜູ້ໃຫຍ່ ບາງຄົນຂອງພວກຢີວໃຫ້ທູນພຣະອົງເພື່ອທີ່ຈະໄດ້ຢຽວຢາຮັກສາຄົນຮັບໃຊ້ຂອງເຂົາ ໃຫ້ຫາຍຍປ່ວຍ {MH 63.1}ມແ 42.3

    ພວກຜູ້ໃຫຍ່ເຫຼົ່ານັ້ນໄດ້ນໍາເລື່ອງມາທູນອ້ອນວອນຕໍ່ພຣະເຢຊູວ່າ ນາຍຮ້ອຍນັ້ນ ເປັນຄົນທີ່ພຣະອົງຈະກະທໍາການນັ້ນໃຫ້ທ່ານ ເພາະວ່າທ່ານຮັກຊົນຊາດຂອງເຮົາ ແລະ ທ່ານເອງໄດ້ສ້າງທໍາມະສາລາໃຫ້ເຮົາ ລູກາ 7:4,5 {MH 63.2}ມແ 43.1

    ແຕ່ໃນລະຫວ່າງທີ່ກໍາລັງເດີນທາງໄປຍັງບ້ານຂອງນາຍຮ້ອຍ ພຣະເຢຊູຊົງໄດ້ຮັບ ຂ່າວຈາກນາຍທະຫານທ່ານນີ້ເອງ ພຣະອົງເຈົ້າຂ້າ ຢ່າລໍາບາກເລີຍ ເພາະວ່າຂ້າພະອົງ ເປັນຄົນບໍ່ສົມຄວນທີ່ຈະຮັບສະເດັດພຣະອົງເຂົ້າໃຕ້ຊາຍຄາຂອງຂ້າພະອົງ ລູກາ 7:6 {MH 63.3}ມແ 43.2

    ແຕ່ພຣະຜູ້ຊ່ວຍໃຫ້ລອດກໍຍັງຄົງສະເດັດດໍາເນີນຕໍ່ໄປແລະນາຍຮ້ອຍໄດ້ມາເຂົ້າ ເຝົ້າພຣະອົງດ້ວຍຕົນເອງເພື່ອມາທູນເລື່ອງທັງໝົດໃຫ້ພຣະອົງຊົງຮູ້ ຂ້າພຣະອົງຈຶ່ງຄິດ ເຫັນວ່າ ບໍ່ສົມຄວນທີ່ຂ້າພຣະອົງຈະໄປຫາພຣະອົງດ້ວຍ ຂໍພຣະອົງບອກເທົ່ານັ້ນ ຄົນ ຮັບໃຊ້ຂອງຂ້າພຣະອົງກໍຈະຫາຍຈາກໂລກ ຂ້າພຣະອົງຮູ້ດີ ເພາະເຫດວ່າຂ້າພຣະອົງ ຢູ່ໃຕ້ວິໄນທະຫານ ແຕ່ກໍຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້າພຣະອົງ ຂ້າພຣະອົງ ຈະບອກແກ່ຄົນນີ້ວ່າ ໄປ ເຂົາກໍໄປບອກແກ່ຄົນນັ້ນວ່າ ມາ ເຂົາກໍາມາບອກບ່າວຮັບໃຊ້ ຂອງຂ້າພຣະອົງວ່າ ຈົ່ງເຮັດສິ່ງນີ້ ເຂົາກໍເຮັດ ລູກາ 7:7;ມັດທາຍ 8:8,9 {MH 63.4}ມແ 43.3

    ” ຂ້າພຣະອົງເປັນຕົວແທນຜູ້ມີອໍານາດຂອງປະເທດໂຣມແລະທະຫານຂອງຂ້າ ພຣະອົງຍອມຮັບວ່າຂ້າພຣະອົງມີອໍານາດຍິ່ງໃຫຍ່ ພຣະອົງຊົງເປັນຜູ້ແທນຂອງພຣະເຈົ້າ ຍິ່ງໃຫຍ່ເຊັ່ນກັນແລະສັບພະສິ່ງທີ່ພຣະອົງຊົງສ້າງມານັ້ນເຊື່ອປະຕິບັດຕາມພຣະດໍາລັດ ຂອງພຣະອົງ ພຣະອົງຊົງບັນຊາໃຫ້ໂລກໄພຈາກໄປໄດ້ແລະມັນຈະປະຕິບັດຕາມພຣະ ບັນຊາຂອງພຣະອົງ ຂໍພຣະອົງບອກເທົ່ານັ້ນ ບ່າວຮັບໃຊ້ຂອງຂ້າພະອົງກໍຈະຫາຍຈາກ ໂລກ ” {MH 64.1}ມແ 43.4

    ພຣະຄຣິດບອກວ່າ ທ່ານມີສັດທາແລ້ວ ຈົ່ງເຫັນຜົນຕາມສັດທານັ້ນ ໃນທັນໃດ ນັ້ນເອງ ບ່າວຮັບໃຊ້ຂອງເຂົາກໍຫາຍເປັນປົກກະຕິ ຂໍ້ 13 {MH 64.2}ມແ 44.1

    ພວກຜູ້ໃຫຍ່ຊາວຍິວໄດ້ທູນຊົມເຊີຍນາຍຮ້ອຍໃຫ້ພຣະຄຣິດໄດ້ຊົງຮູ້ວ່າ ເພາະ ຄຸນງາມຄວາມດີທີ່ເຂົາໄດ້ປະຕິບັດຕໍ່ ຊົນຊາດຂອງເຮົາ ພວກເຂົາພູດຕໍ່ໄປວ່າ ນາຍຮ້ອຍ ນັ້ນເປັນຄົນສົມຄວນທີ່ພຣະອົງຈະກະທໍາການນັ້ນເພາະທ່ານໄດ້ສ້າງທໍາມະສາລາໃຫ້ເຮົາ ແຕ່ນາຍຮ້ອຍໄດ້ກ່າວເຖິງໂຕເອງວ່າ ຂ້າພະອົງເປັນຄົນບໍ່ສົມຄວນ ແຕ່ເຖິງປານນັ້ນເຂົາ ກໍບໍ່ຢ້ານທີ່ຈະທູນຂໍຄວາມຊ່ວຍເຫຼືອຈາກພຣະເຢຊູ ເຂົາບໍ່ໄດ້ພຶ່ງພິງໃນຄວາມດີຂອງເຂົາ ເອງ ເຂົາໄດ້ວາງໃຈໃນພຣະເມດຕາຈອງພຣະຜູ້ຊ່ວຍໃຫ້ລອດເຫດຜົນດຽວຂອງເຂົາກໍ່ຄື ຄວາມຕ້ອງການອັນໃຫຍ່ຫຼວງຂອງເຂົານັ້ນເອງ {MH 65.1}ມແ 44.2

    ໃນທໍານອງດຽວກັນມະນຸດທຸກໆຄົນຍ່ອມຈະເຂົ້າມາຫາພຣະຄຣິດໄດ້ ພຣະອົງ ໄດ້ຊົງຊ່ວຍເຮົາໃຫ້ລອດບໍ່ແມ່ນດ້ວຍການກະທໍາທີ່ຊອບທໍາຂອງເຮົາເອງ ແຕ່ພຣະອົງ ຊົງພຣະກະລຸນາ ຕີໂຕ 3:5 ທ່ານມີຄວາມຮູ້ສຶກຫຼືບໍ່ວ່າເພາະເຫດທີ່ທ່ານເປັນຄົນບາບ ທ່ານຈຶ່ງບໍ່ອາດຫວັງທີ່ຈະໄດ້ຮັບພຣະພອນຈາກພຣະເຈົ້າ ຈົ່ງຈື່ໄວ້ວ່າພຣະຄຣິດສະເດັດ ມາຍັງໂລກນີ້ເພື່ອຊ່ວຍຄົນບາບໃຫ້ໄດ້ຮັບຄວາມລອດ ເຮົາມີສິ່ງໃດທີ່ຈະຮັບຮອງຕົວເຮົາ ເອງຕໍ່ພຣະເຈົ້າໄດ້ ຄໍາອະທິຖານຮ້ອງຂໍທີ່ເຮົາອາດຈະກະທໍາໄດ້ໃນເວລານີ້ຕະຫຼອດໄປ ນັ້ນກໍຄືການຕົກຢູ່ໃນສະພາບອັນສິ້ນຫວັງຢ່າງສິ້ນເຊີງຂອງຕົວເຮົາ ສະພາບເຊັ່ນນີ້ໄດ້ເຮັດ ໃຫ້ລິດອໍານາດຂອງການໄຖ່ໃຫ້ລອດເປັນສິ່ງທີ່ມີຄວາມຈໍາເປັນຫຼາຍຍິ່ງຂຶ້ນ ເມື່ອເຮົາໄດ້ ເຊົາຍຶດຖືຕົວເອງເປັນທີ່ເພິ່ງ ເຮົາກໍຈະເບິ່ງໄປຍັງທີ່ກາງແຂນແຫ່ງຄາວະລີແລະທູນວ່າ ໃນມືຂ້ອຍບໍ່ມີຂອງມີຄ່າໃດທີ່ຈະຖະຫວາຍໄດ້ແຕ່ພຽງຢືດກາງແຂນໄວ້ໃຫ້ແໜ້ນເທົ່ານັ້ນ {MH 65.2}ມແ 44.3

    ” ຖ້າຊ່ວຍໄດ້ແທ້ນັ້ນ ໃຜເຊື່ອກໍເຮັດໃຫ້ໄດ້ທຸກສິ່ງ ” ມາລະໂກ 9:23 ຄວາມ ເຊື່ອເປັນສິ່ງທີ່ຜູກພັນເຮົາໄວ້ກັບສະຫວັນແລະມະນຸດເຮົາໃຫ້ມີກໍາລັງທີ່ຈະຮັບມືກັບອໍາ ນາດແຫ່ງຄວາມມືດໄດ້ ໃນພຣະຄຣິດ ພຣະເຈົ້າຊົງຈັດຕຽມວິທີການທີ່ຈະເອົາຊະນະອຸ ປະນິດໄສທີ່ຊົ່ວຮ້າຍໄດ້ທຸກໆຢ່າງແລະຕໍ່ຕ້ານການທົດລອງໄດ້ໃນທຸກໆຮູບແບບ ບໍ່ວ່າ ຈະຮຸນແຮງຍິ່ງໃຫຍ່ພຽງໃດກໍ່ຕາມ ແຕ່ຫຼາຍຄົນຮູ້ສຶກວ່າຕົນເອງນັ້ນຂາດຄວາມເຊື່ອ ຈຶ່ງ ໄດ້ຖອຍຫ່າງໄປຈາກພຣະຄຣິດ ຂໍໃຫ້ຄົນເຫຼົ່ານີ້ທີ່ຮູ້ສຶກວ່າຕົນເອງໄຮ້ຄຸນຄ່າແລະຕົກ ຢູ່ໃນສະພາບທີ່ສິ້ນຫວັງໄດ້ຫັນມາເພິ່ງໃນພຣະກະລຸນາຂອງພຣະຜູ້ຊ່ວຍໃຫ້ລອດຜູ້ຊົງ ມີພຣະໄທອັນເມດຕາສົງສານ ຈົ່ງຢ່າເບິ່ງຕົນເອງ ແຕ່ຈົ່ງເບິ່ງໄປຍັງພຣະຄຣິດ ພຣະອົງ ຜູ້ຊົງຮັກ ສາຄົນເຈັບປ່ວຍແລະຊົງຂັບຜີອອກຈາກຄົນທີ່ຖືກຜີສິງ ເມື່ອຄັ້ງທີ່ພຣະອົງຊົງ ດໍາເນີນຢູ່ທ່າມກາງມະນຸດນັ້ນ ພຣະອົງຍັງຊົງດໍາລົງເປັນພຣະຜູ້ໄຖ່ທີ່ຊົງລິດອໍານາດຢູ່ຄືເກົ່າ ດັ່ງນັ້ນ ຈົ່ງຢຶດໝັ້ນໃນຄໍາສັນຍາຂອງພຣະອົງໄວ້ປຽບເໝືອນໜຶ່ງໃບຂອງຕົ້ນໄມ້ແຫ່ງຊີວິດ ຜູ້ທີ່ມາຫາເຮົາ ເຮົາກໍຈະບໍ່ຖິ້ມເຂົາ ໂຢຮັນ 6:37 ເມື່ອທ່ານໄດ້ມາຫາພຣະອົງ ຂໍ ໃຫ້ເຊື່ອວ່າພຣະອົງຈະຊົງຍອມຮັບທ່ານເພາະວ່າພຣະອົງໄດ້ຊົງສັນຍາໄວ້ແລ້ວທ່ານຈະບໍ່ຕ້ອງຖືກຊຶ່ງຄວາມພິນາດເມື່ອທ່ານໄດ້ກະທໍາເຊັ່ນນີ້ ບໍ່ມີທາງພິນາດເລີຍ {MH 65.3}ມແ 44.4

    “ພຣະເຈົ້າຊົງສຳແດງຄວາມຮັກຂອງພຣະອົງແກ່ເຮົາທັງຫຼາຍ ຄືໃນຂະນະທີ່ເຮົາ ຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງສີ້ນພຣະຊົນເພື່ອເຮົາ ” ໂຣມ 5:8 {MH 66.1} ແລະ ” ຖ້າພຣະອົງຊົງຢູ່ຝ່າຍເຮົາ ໃຜຈະຂັດຂວາງເຮົາ ພຣະອົງຜູ້ບໍ່ຊົງຫວງພຣະບຸດອົງ ດຽວຂອງພຣະອົງແຕ່ໄດ້ຊົງໂປດປະທານພຣະບຸດນັ້ນເພື່ອປະໂຫຍດແກ່ເຮົາ ຖ້າເຊັ່ນນັ້ນ ພຣະອົງຈະບໍ່ຊົງໂປດປະທານສິ່ງສາລະພັດໃຫ້ເຮົາທັງຫຼາຍດ້ວຍກັນກັບພຣະບຸດນັ້ນບໍ່ ” ໂຣມ 8:31,32 {MH 66.2}ມແ 45.1

    ” ເພາະຂ້າພະເຈົ້າເຊື່ອໝັ້ນວ່າ ແມ່ນແຕ່ຄວາມຕາຍຫຼືຊີວິດຫຼືທູດສະຫວັນຫຼື ບັນດາຜູ້ມີສັກສີ ຫຼືລິດເດດທັງຫຼາຍ ຫຼືສິ່ງທີ່ມີຢູ່ໃນປັດຈຸບັນນີ້ ຫຼືສິ່ງທີ່ຈະມີໃນພາຍໜ້າ ຫຼືສູງເລິກ ຫຼືສິ່ງອື່ນໆໃດທີ່ໄດ້ຊົງສ້າງແລ້ວນັ້ນ ຈະບໍ່ສາມາດເຮັດໃຫ້ເຮົາທັງຫຼາຍຂາດ ຈາກຄວາມຮັກຂອງພຣະເຈົ້າຊຶ່ງມີຢູ່ໃນພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາໄດ້ ” ໂຣມ 8:38, 39 (KJTV) {MH 66.3}ມແ 45.2