Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    “ເຮົາໄດ້ໃຫ້ພວກທ່ານມີອໍານາດ”

    ເຊັ່ນດຽວກັບອັກຄະສາວົກທັງສິບສອງຄົນ ສາວົກອີກເຈັດສິບຄົນທີ່ພຣະຄຣິດ ຊົງສົ່ງອອກໄປໃນເວລາຕໍ່ມານັ້ນ ກໍໄດ້ຮັບລິດອໍານາດທີ່ເໜືອທໍາມະຊາດອັນປຽບວະ ເໝືອນການປະທັບຕາຮອງຮັບໃນພາລະກິດຂອງເຂົາດ້ວຍເຊັ່ນດຽວກັນ ເມື່ອວຽກງານ ຂອງພວກເຂົາໄດ້ສໍາເລັດລຸລ່ວງໄປແລ້ວ ພວກເຂົາໄດ້ກັບມາດ້ວຍຄວາມປິຕິຍິນດີ ແລະ ເວົ້າກັນວ່າ “ພຣະອົງເຈົ້າເອີຍ ແມ່ນແຕ່ພວກຜີມານຮ້າຍກໍໄດ້ຢູ່ໃຕ້ບັງຄັບຂອງພວກຂ້າ ນ້ອຍ ເມື່ອພວກຂ້ານ້ອຍສັ່ງມັນໂດຍພຣະນາມຂອງພຣະອົງ ພຣະອົງຕັດກັບເຂົາທັງ ຫຼາຍວ່າ ເຮົາໄດ້ເຫັນຊາຕານຕົກຈາກຟ້າ ຄືດັ່ງຟ້າແມບ ” ລູກາ 10:17, 8 {MH 94.1}ມແ 70.4

    ນັບຕັ້ງແຕ່ນັ້ນເປັນຕົ້ນມາ ສາວົກຜູ້ທີ່ຕິດຕາມພຣະຄຣິດຈຶ່ງໄດ້ຖືວ່າຊາຕານເປັນ ສັດຕູທີ່ພວກເຂົາມີໄຊເໜືອແລ້ວ ທີ່ເທິງກາງແຂນພຣະເຢຊູໄດ້ຮັບໄຊຊະນະມາເພື່ອ ພວກເຂົາ ອັນເປັນໄຊຊະນະທີ່ພຣະອົງຊົງປາຖະໜາໃຫ້ພວກເຂົາໄດ້ຮັບໄວ້ເປັນຂອງ ເຂົາເອງ ພຣະອົງຕັດວ່າ ຫັ້ນເດ ເຮົາໄດ້ໃຫ້ພວກທ່ານມີອໍານາດຢຽບງູຮ້າຍແລະແມງເງົາ ແລະມີອໍານາດຍິ່ງໃຫຍ່ກວ່າກໍາລັງສັດຕູ ບໍ່ມີສິ່ງໃດສິ່ງໜຶ່ງທີ່ຈະທໍາອັນຕະລາຍແກ່ທ່ານ ໄດ້ເລີຍ ລູກາ 10:19 {MH 94.2}ມແ 71.1

    ພຣະວິນຍານບໍລິສຸດຜູ້ຊົງລິດທານຸພາບສູງສຸດ ຊົງຄຸ້ມຄອງຈິດວິນຍານຂອງທຸກ ຄົນທີ່ໄດ້ສໍານຶກໃນຄວາມຜິດບາບ ຜູ້ທີ່ໄດ້ເສຍໃຈຕໍ່ສິ່ງທີ່ໄດ້ກະທໍາຜິດໄປແລະມີຄວາມ ເຊື່ອ ເມື່ອໄດ້ຮ້ອງຂໍໃຫ້ພຣະອົງຊົງຄຸ້ມຄອງ ພຣະຄຣິດຈະບໍ່ຊົງຍອມໃຫ້ຜູ້ນັ້ນຕ້ອງຕົກ ຢູ່ພາຍໃຕ້ອໍານາດຂອງສັດຕູ ເປັນຄວາມຈິງທີ່ຊາຕານເປັນຜູ້ທີ່ມີກໍາລັງອໍານາດຍິ່ງໃຫຍ່ ແຕ່ຂອບຄຸນພຣະເຈົ້າທີ່ເຮົາມີພຣະຜູ້ຊ່ວຍ 71 ໃຫ້ລອດຜູ້ຊົງລິດຍິ່ງໃຫຍ່ກວ່ານັ້ນ ຜູ້ຊົງ ຂັບໄລ່ຊາຕານອອກໄປຈາກສະຫວັນ ຊາຕານມີຄວາມເພິ່ງພໍໃຈທີ່ເຮົາໄດ້ເວົ້າຍົກຍ້ອງ ເຖິງອໍານາດຂອງມັນ ເພາະເຫດໃດເຮົາຈຶ່ງບໍ່ກ່າວຂານເຖິງພຣະເຢຊູ ເຫດໃດເຮົາຈຶ່ງບໍ່ສັນ ລະເສີນເຖິງລິດທານຸພາບແລະຄວາມຮັກຂອງພຣະອົງ {MH 94.3}ມແ 71.2

    ສາຍຮຸ້ງແຫ່ງຄໍາສັນຍາທີ່ອ້ອມຮອບພຣະທີ່ນັ່ງຢູ່ເບື້ອງເທິງ ເປັນຄໍາພະຍານດໍາລົງ ຢູ່ຊົ່ວນິດນິລັນວ່າ “ພຣະເຈົ້າຊົງຮັກໂລກ ຈົນໄດ້ປະທານພຣະບຸດອົງດຽງຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈໃນພຣະບຸດນັ້ນຈະບໍ່ພິນາດ ແຕ່ມີຊີວິດນິລັນ” ໂຢຮັນ 3:16 ສາຍ ຮຸ້ງແຫ່ງຄໍາສັນຍາເປັນພະຍານຢືນຢັນແກ່ຈັກກະວານວ່າ ພຣະເຈົ້າຈະບໍ່ຊົງປະຖິ້ມເຫຼົ່າ ບຸດຂອງພຣະອົງໃນການຕໍ່ສູ້ກັບອໍານາດຂອງຄວາມຊົ່ວຮ້າຍ ສິ່ງນີ້ໄດ້ເຮັດໃຫ້ເຮົາມີ ຄວາມໝັ້ນໃຈວ່າຕາບໃດທີ່ພຣະທີ່ນັ່ງຂອງພຣະອົງຍັງຊົງດໍາລົງຢູ່ ພຣະອົງກໍຈະຊົງປະ ທານກໍາລັງແລະຄວາມຄຸ້ມຄອງປ້ອງກັນໃຫ້ກັບເຮົາຕະຫຼອດໄປ {MH 94.4}ມແ 71.3