Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ກົດໝາຍຄວບຄຸມການຈໍາໜ່າຍເຫຼົ້າເບຍ

    ຫຼາຍຄົນສະໜັບສະໜູນໃຫ້ມີກົດໝາຍໃບອະນຸຍາດການຈໍາໜ່າຍເຫຼົ້າເບຍເພື່ອ ເປັນການຄວບຄຸມຄວາມຊົ່ວຮ້າຍຈາກການດື່ມເຫຼົ້າເບຍ ແຕ່ການອອກໃບອະນຸຍາດ ກັບກາຍເປັນການນໍາເອົາການຈໍາໜ່າຍສຸລາໄປຢູ່ພາຍໃຕ້ຄວາມຄຸ້ມຄອງຂອງກົດໝາຍ ເປັນເຄື່ອງສະແດງວ່າລັດຖະບານຮັບຮອງ ເຫັນດີແລະສະໜັບສະໜູນໃຫ້ມີທຸລະກິດ ຂອງສິນຄ້າປະເພດນີ້ໄດ້ ດ້ວຍເຫດນີ້ຈຶ່ງສົ່ງເສີມຄວາມຊົ່ວຮ້າຍທີ່ລັດເອງອ້າງວ່າຈະ ຄວບຄຸມ ພາຍໃຕ້ການປົກປ້ອງຂອງກົດ ໝາຍຄວບຄຸມການຈໍາໜ່າຍເຫຼົ້າເບຍ ໂຮງ ເບຍໂຮງກັ່ນເຫຼົ້າເບຍແລະໂຮງໝັກວາຍ ຈຶ່ງເກີດຂຶ້ນໃນທຸກຫົນແຫ່ງທົ່ວປະເທດ ແລະ ຄົນຂາຍເຫຼົ້າເບຍກໍຮວບໂຮມສິນຄ້າຢູ່ຂ້າງປະຕູບ້ານຂອງເຮົາເອງ {HM 342.1}ມແ 345.1

    ຫຼາຍຄັ້ງຜູ້ຈໍາໜ່າຍເຫຼົ້າເບຍຖືກສັ່ງຫ້າມຈໍາໜ່າຍເຫຼົ້າເບຍແກ່ຜູ້ທີ່ເມົາແລ້ວຫຼືແກ່ ຜູ້ທີ່ຮູ້ກັນເປັນຄົນຂີ້ເຫຼົ້າຢູ່ແລ້ວ ແຕ່ເຂົາທັງຫຼາຍກັບມີເປົ້າໝາຍໄປຊັກຈູງຄົນໜຸ່ມສາວ ໃຫ້ກິນເຫຼົ້າເບຍຢ່າງຕໍ່ເນື່ອງ ການຄ້າເຫຼົ້າເບຍຈະຢູ່ໄດ້ກໍໂດຍອາໃສການສ້າງຄົນໜຸ່ມ ສາວລຸ້ນໃໝ່ເກີດຄວາມຢາກດື່ມ ຄົນໜຸ່ມສາວຖືກຊັກຈູງໃຫ້ດື່ມເທື່ອລະເລັກລະນ້ອຍ ຈົນໃນທີ່ສຸດເຂົາທັງຫຼາຍກໍຕິດເຫຼົ້າເບຍ ແລະເກີດຄວາມຢາກທີ່ຕ້ອງສະໜອງຄວາມເພິ່ງ ພໍໃຈເຖິງແມ່ນວ່າຈະຕ້ອງໝົດຕົວໄປກໍຕາມ ການຈໍາໜ່າຍເຫຼົ້າເບຍແກ່ຄົນທີ່ຕິດເຫຼົ້າ ເບຍຍ່ອມເຮັດໃຫ້ມີການເສຍຜູ້ເສຍຄົນຢ່າງແນ່ນອນແຕ່ກໍຍັງເປັນໄພອັນຕະລາຍນ້ອຍ ກວ່າການທີ່ໜຸ່ມສາວທີ່ຢູ່ໃນໄວເບັ່ງບານຕ້ອງຖືກລໍ້ລວງໄປສູ່ຄວາມພິນາດໂດຍອຸປະນິດ ໄສທີ່ຊົ່ວຮ້າຍນີ້ {HM 342.2}ມແ 345.2

    ການອອກກົດໝາຍອະນຸຍາດໃຫ້ຈໍາໜ່າຍເຫຼົ້າເບຍໄດ້ກາຍເປັນການທົດລອງທີ່ຢູ່ ເບື້ອງໜ້າຄົນທີ່ພະຍາຍາມທີ່ຈະປະຕິຮູບ ມີການຈັດຕັ້ງໜ່ວຍງານຫຼືສະຖາບັນເພື່ອຊ່ວຍ ເຫຼືອຜູ້ທີ່ຕົກເປັນທາດຂອງເຫຼົ້າເບຍໃຫ້ເອົາຊະນະຄວາມຢາກດື່ມໄດ້ ການເຮັດເຊັ່ນນີ້ ເປັນສິ່ງທີ່ໜ້າຍົກຍ້ອງ ແຕ່ເມື່ອໃດທີ່ກົດໝາຍຍັງຄົງອະນຸຍາດໃຫ້ມີການຈໍາໜ່າຍເຫຼົ້າເບຍ ຄົນທີ່ຕິດເຫຼົ້າເບຍຄົງຈະໄດ້ຮັບປະໂຫຍດບໍ່ຫຼາຍເທົ່າໃດ ເພາະຄົນເຫຼົ່ານັ້ນບໍ່ສາ ມາດທີ່ຈະຢູ່ທີ່ນັ້ນໄດ້ຕະຫຼອດໄປ ໃນທີ່ສຸດພວກເຂົາເຫຼົ້່ານັ້ນຈະຕ້ອງກັບເຂົ້າໄປຮ່ວມ ສະມາຄົມກັບຄົນອື່ນໆອີກ ແມ່ນວ່າຄວາມຢາກດື່ມເຫຼົ້າເບຍຈະຖືກຢັບຢັ້ງໄດ້ແລ້ວກໍ ຕາມ ແຕ່ບໍ່ໄດ້ຖືກກໍາຈັດໄປຢ່າງສິ້ນເຊີງ ເມື່ອມີການທົດລອງເຂົ້າມາອີກດັ່ງທີ່ເກີດໄດ້ ໃນທຸກເວລາ ຫຼາຍຄັ້ງພວກເຂົາກໍຕ້ອງເປັນເຫຍື່ອໄດ້ງ່າຍດາຍແລະກັບໄປດື່ມເຊັ່ນເຄີຍ {MH} 342.3ມແ 345.3

    ບຸກຄົນໃດທີ່ເປັນເຈົ້າຂອງສັດທີ່ຮ້າຍແລະຮູ້ຈັກນິດໄສຂອງມັນດີ ແຕ່ຍັງປ່ອຍໃຫ້ ສັດນັ້ນອອກມາແລ່ນໄປທົ່ວ ຕາມກົດໝາຍແລ້ວ ຕ້ອງຕົກເປັນຜູ້ຮັບຜິດຊອບຕໍ່ອັນຕະ ລາຍທີ່ສັດນັ້ນໄດ້ກໍ່ໄວ້ ເມື່ອມີສັດທີ່ຮູ້ກັນໂດຍທົ່ວໄປວ່າເປັນສັດທີ່ຮ້າຍໄດ້ຂ້າຜູ້ໃດຜູ້ໜຶ່ງ ຕາຍ ເຈົ້າຂອງສັດນັ້ນຈະຕ້ອງໃຊ້ດ້ວຍຊີວິດຂອງເຂົາເອງສໍາລັບຄວາມປະໝາດຫຼືອັນຕະ ລາຍຮ້າຍແຮງທີ່ເກີດຂຶ້ນ ໃນທໍານອງດຽວກັນລັດທີ່ອອກກົດໝາຍອະນຸຍາດໃຫ້ຈໍາ ໜ່າຍເຫຼົ້າເບຍໄດ້ນັ້ນ ກໍສົມຄວນຈະເປັນຜູ້ທີ່ຕ້ອງຮັບຜິດຊອບຕໍ່ຜົນທີ່ເກີດຂຶ້ນຈາກການ ຈໍາໜ່າຍເຫຼົ້າເບຍນັ້ນດ້ວຍ ແລະຖ້າການປ່ອຍສັດທີ່ຮ້າຍໃຫ້ໄປຂ້າຜູ້ອື່ນຖືວ່າເປັນຄວາມ ຜິດຮ້າຍແຮງທີ່ມີໂທດເຖິງຕາຍແລ້ວ ການອະນຸຍາດໃຫ້ມີການຈໍາໜ່າຍເຫຼົ້າເບຍຢ່າງຖືກ ກົດໝາຍຈະມີຄວາມຜິດທີ່ຮ້າຍແຮງຫຼາຍພຽງໃດ {343.1}ມແ 346.1

    ການທີ່ລັດຍອມອອກໃບອະນຸຍາດເປັນເພາະລັດຫວັງເກັບເງິນລາຍໄດ້ເຂົ້າຄັງແຕ່ ເງິນລາຍໄດ້ນີ້ຈະມີປະໂຫຍດອັນໃດເມື່ອທຽບກັບຄ່າໃຊ້ຈ່າຍຫຼວງຫຼາຍມະຫາສານທີ່ ເກີດຈາກອາຊະຍາກໍາ ຄົນໂລກຈິດແລະຄົນອະນາຖາທີ່ເປັນຜົນພວງມາຈາກການຄ້າເຫຼົ້າ ເບຍ ຊາຍຄົນໜຶ່ງທີ່ດື່ມເຫຼົ້າແລະກໍ່ອາຊະຍາກໍາພາຍໃຕ້ລິດຂອງເຫຼົ້າເບຍໄດ້ຖືກນໍາຕົວ ຂຶ້ນສານ ແລະຜູ້ທີ່ອອກກົດໝາຍອະນຸຍາດກັບຕ້ອງມາຮັບມືກັບຜົນການເຮັດຂອງ ຄົນໆນັ້ນເອງ ລັດອະນຸຍາດໃຫ້ຈໍາໜ່າຍສິ່ງເສບຕິດທີ່ເຮັດໃຫ້ຄົນມີສະຕິດີຕ້ອງກາຍເປັນ ໂລກຈິດ ແລະເທື່ອນີ້ລັດຈໍາເປັນຕ້ອງສົ່ງບຸກຄົນນີ້ໄປທີ່ຄຸມຂັງຫຼືຫຼັກປະຫານ ໃນຂະນະ ທີ່ເມຍແລະບຸດຂອງຍາຍຄົນນັ້ນຖືກປະຖິ້ມໃຫ້ຢູ່ແບບສິ້ນເນື້ອປະດາຕົວແລະກາຍເປັນ ພາລະຂອງສັງຄົມຕໍ່ໄປ {HM 343.2}ມແ 346.2

    ຖ້າພິຈາລະນາໃນແງ່ມຸມດ້ານການເງິນຂອງບັນຫາທີ່ເກີດຂຶ້ນ ມັນຊ່າງໂງ່ພຽງ ໃດທີ່ອະນຸຍາດໃຫ້ມີທຸລະກິດປະເພດນີ້ເກີດຂຶ້ນ ເງິນລາຍໄດ້ຈໍານວນເທົ່າໃດທີ່ພໍຊົດໃຊ້ ສໍາລັບຄວາມສູນເສຍຂອງຄວາມເປັນມະນຸດ ສໍາລັບການທີ່ເຮັດໃຫ້ພຣະສາຍາຂອງພຣະ ເຈົ້າທີ່ມີຢູ່ໃນມະນຸດຕ້ອງເສື່ອມເສຍໄປ ສໍາລັບຄວາມຫາຍະນະຂອງເດັກນ້ອຍ ສໍາລັບ ຄວາມເສື່ອຊາມລົງສູ່ຄວາມອົດຢາກແລະສໍາລັບການເຮັດໃຫ້ເດັກນ້ອຍ ມີຈິດໃຈໂນ້ມ ອຽງຕາມຢ່າງພໍ່ຂີ້ເຫຼົ້າຂອງເຂົາທັງຫຼາຍຕໍ່ໄປ {HM 344.1}ມແ 346.3