Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ບົດທີ 5 ການຢຽວຢາຮັກສາທາງດ້ານ ຈິດວິນຍານ

    ຫຼາຍຄົນທີ່ມາຫາພຣະຄຣິດເພື່ອຂໍຄວາມຊ່ວຍເຫຼືອຈາກພຣະອົງເປັນຜູ້ທີ່ນຳໂລກ ໄພມາສູ່ຕົນເອງແລະເຖິງປານນັ້ນພຣະອົງບໍ່ໄດ້ຊົງປະຕິເສດທີ່ຈະຮັກສາພວກເຂົາໃຫ້ຫາຍ ແລະເມື່ອລິດອຳນາດຂອງພຣະອົງໄດ້ເຂົ້າໄປຍັງຈິດວິນຍານຂອງຄົນເຫຼົ່ານີ້ແລ້ວ ພວກ ເຂົາສຳນຶກໃນຄວາມຜິດບາບແລະຫຼາຍຄົນໄດ້ຮັບການຮັກສາໃຫ້ຫາຍຈາກໂລກໃນຝ່າຍ ຈິດວິນຍານແລະຄວາມເຈັບປ່ວຍທາງກາຍດ້ວຍ{MH 73.1}ມແ 53.1

    ໃນບັນດາຄົນປ່ວຍເຫຼົ່ານີ້ ມີຄົນງ່ອຍແຫ່ງເມືອງຄາເປີນາອຸມຮວມຢູ່ນຳ ຄົນງ່ອຍ ຜູ້ນີ້ໄດ້ສູນເສຍຄວາມຫວັງທີ່ຈະຫາຍ ເຊັ່ນດຽວກັບຄົນທີ່ເປັນໂລກຂີ້ເຮື້ອນ ໂລກຂອງ ເຂົາເປັນຜົນສືບເນື່ອງມາຈາກການດຳເນີນຊີວິດໃນທາງແຫ່ງຄວາມຜິດບາບແລະເຂົາ ຕ້ອງຂົມຂື່ນໃຈກັບຄວາມທຸກທໍລະມານເພາະເສຍໃຈທີ່ໄດ້ເຮັດຜິດໄປ ເຂົາໄດ້ຂໍຮ້ອງ ພວກຟາລີຊາຍແລະແພດທັງຫຼາຍໃຫ້ຊ່ວຍເຫຼືອເຂົາແຕ່ກໍໄຮ້ປະໂຫຍດ ເພາະເຂົາຕ່າງວິ ນິດໄສວ່າໂລກຂອງເຂົາເປັນໂລກທີ່ຮັກສາບໍຫາຍ ພວກເຂົາປະນາມວ່າເຂົາເປັນຄົນບາບ ແລະປະກາດວ່າເຂົາຈະຕ້ອງຕາຍດ້ວຍພຣະພິໂລດຂອງພຣະເຈົ້າ {MH 73.2}ມແ 53.2

    ຄົນງ່ອຍຮູ້ສຶກໝົດອາໄລຕາຍຢາກ ແຕ່ຫຼັງຈາກທີ່ເຂົາໄດ້ຍິນເຖິງພຣະຣາຊາກິດ ຂອງພຣະເຢຊູວ່າ ຄົນອື່ນໆທີ່ຕ່າງກໍມີຄວາມຜິດບາບແລະໝົດສິ້ນຫົນທາງຄືກັບເຂົາຍັງ ໄດ້ຮັບການຮັກສາໃຫ້ຫາຍໄດ້ ດັ່ງນັ້ນເຂົາຈຶ່ງມີກຳລັງທີ່ຈະເຊື່ອວ່າເຂົາອາດຈະໄດ້ຮັບ ການຮັກສາໃຫ້ຫາຍປ່ວຍໄດ້ເຊັ່ນດຽວກັນ ແຕ່ຄວາມຫວັງຂອງເຂົາໄດ້ສູນເສຍໄປເມື່ອ ເຂົານຶກເຖິງສາເຫດທີ່ເຮັດໃຫ້ເຂົາຕ້ອງປ່ວຍເປັນໂລກນີ້ ແຕ່ເຖິງຢ່າງນັ້ນເຂົາກໍຍັງບໍ່ຍອມ ປະຖິ້ມໂອກາດທີ່ຈະໄດ້ຮັບການຮັກສາ {NH 73.3}ມແ 54.1

    ຄວາມປາຖະໜາອັນຍິ່ງໃຫຍ່ຂອງເຂົາກໍຄື ການໄດ້ຮັບການປົດປ່ອຍໃຫ້ຫຼຸດພົ້ນ ຈາກພາວະແຫ່ງ ຄວາມຜິດບາບ ເຂົາປາຖະໜາທີ່ຈະໄດ້ເຂົ້າເຝົ້າພຣະເຢຊູແລະໄດ້ຮັບ ຄວາມໝັ້ນໃຈເຖິງການອະໄພ ບາບແລະສັນຕິສຸກທີ່ຈະມີຢູ່ກັບສະຫວັນ ຫຼັງຈາກນັ້ນ ເຂົາກໍພ້ອມທີ່ຈະມີຊີວິດຢູ່ຕໍ່ໄປຫຼືແມ່ນຈະຕ້ອງ ຕາຍກໍຕາມກໍສຸດແທ້ແຕ່ນ້ຳພຣະໄທ ຂອງພຣະເຈົ້າ {MH 74.1}ມແ 54.2

    ເຂົາຈະລໍຊ້າໃຫ້ເສຍເວລາໄປບໍ່ໄດ້ອີກແລ້ວ ເພາະເນື້ອໜັງອັນຫ່ຽວແຫ້ງຂອງເຂົາ ເປັນສິ່ງທີ່ສະແດງໃຫ້ເຫັນວ່າເຂົາກຳລັງຈະຕາຍ ເຂົາຈຶ່ງຂໍຮ້ອງໃຫ້ມິດສະຫາຍໃຫ້ຍົກ ຮ່າງເຂົາພ້ອມກັບເຄື່ອງບ່ອນນອນໄປຫາພຣະເຢຊູ ພວກເຂົາຕ່າງຍິນດີຮັບອາສາ ແຕ່ຝູງ ຊົນໄດ້ມາຮ່ວມກຸ່ມແອອັດກັນຢູ່ພາຍໃນແລະບໍລິເວນອ້ອມໆບ້ານທີ່ພຣະຜູ້ຊ່ວຍໃຫ້ ລອດຊົງປະທັບຢູ່ ຄົນງ່ອຍແລະມິດສະຫາຍຈຶ່ງບໍ່ອາດຈະເຂົ້າໄປເຖິງພຣະອົງໄດ້ ຫຼື ແມ່ນແຕ່ຈະເຂົ້າໄປໃຫ້ໃກ້ພໍທີ່ຈະໄດ້ຍິນພຣະສຸລະສຽງຂອງພຣະອົງ ພຣະເຢຊູຊົງກຳ ລັງເທດສະໜາສັ່ງສອນຢູ່ໃນບ້ານຂອງເປໂຕຕາມທຳນຽມ ພວກສາວົກຂອງພຣະອົງຈະ ນັ່ງໃກ້ຊິດຢູ່ອ້ອມພຣະອົງແລະມີພວກຟາລີຊາຍແລະພວກບາຣຽນນັ່ງຢູ່ນໍາ ເປັນຜູ້ທີ່ມາ ຈາກທຸກໝູ່ບ້ານໃນແຄວ້ນກາລິລີ ແຄວ້ນຢູເດຍແລະຈາກກຸງເຢລູຊາເລັມ ລູກາ 5:17 ຫຼາຍຄົນໃນພວກເຫຼົ່ານີ້ເປັນຄົນສອດແນມເພື່ອຈະຫາເຫດຟ້ອງພຣະເຢຊູ ໃນໝູ່ຊົນທີ່ ມາຮ່ວມຕົວກັນນີ້ຄວາມຫຼາກຫຼາຍປະປົນກັນມາ ມີທັງພວກທີ່ມີໃຈຮ້ອນຮົນ ພວກທີ່ ມີຄວາມເຄົາລົບຢໍ່າເກງ ພວກທີ່ຢາກຮູ້ຢາກເຫັນແລະພວກທີ່ບໍ່ເຊື່ອ ມີຄົນຊາດຕ່າງໆ ແລະໝູ່ຊົນທຸກຊົນຊັ້ນຮ່ວມກັນຢູ່ທີ່ນັ້ນ ລິດເດດຂອງພຣະຜູ້ເປັນເຈົ້າກໍຢູ່ໃນພຣະອົງ ເພື່ອຈະຮັກສາເຂົາໃຫ້ຫາຍໂລກ ລູກາ 5:17 ພຣະວິນຍານແຫ່ງຊີວິດຊົງສະຖິດຢູ່ທ່າມ ກາງ ພວກທີ່ມາຮ່ວມຊຸມນຸມກັນ ແຕ່ພວກຟາລີຊາຍແລະພວກບາຣຽມບໍ່ໄດ້ເບິ່ງເຫັນວ່າ ພຣະຜູ້ເປັນເຈົ້າສະຖິດຢູ່ນຳ ພວກເຂົາຕ່າງບໍ່ຮູ້ສຶກວ່າຕົນເອງຕ້ອງການຄວາມຊ່ວຍເຫຼືອ ດັ່ງນັ້ນການຮັກສາຈຶ່ງບໍ່ມີໄວ້ເພື່ອເຂົາ ພຣະອົງຊົງໂປດໃຫ້ຄົນອົດຢາກອີ່ມດ້ວຍສິ່ງດີ ແລະຊົງເຮັດໃຫ້ຄົນຮັ່ງມີໄປມືເປົ່າ ລູກາ {MH 74.2}ມແ 54.3

    ຜູ້ແບກຫາມຄົນງ່ອຍໄດ້ພະຍາຍາມແລ້ວພະຍາຍາມອີກທີ່ຈະຜ່າຝູງຊົນເຂົ້າໄປ ແຕ່ກໍບໍ່ໄດ້ຮັບຜົນ ຄົນປ່ວຍຫຼຽວເບິ່ງໄປອ້ອມໆຕົນເອງແລະຄວາມທຸກໃຈຈົນເວົ້າບໍ່ອອກ ເຂົາຈະປະຖິ້ມຄວາມຫວັງໄປໄດ້ແນວໃດ ໃນເມື່ອຄວາມຊ່ວຍເຫຼືອທີ່ເຂົາປາຖະ ໜານັ້ນໄດ້ຢູ່ໃກ້ພຽງນີ້ ເຂົາຈຶ່ງໄດ້ແນະນຳໃຫ້ມິດສະຫາຍໃຫ້ຫາມເຂົາຂຶ້ນໄປເທິງຫຼັງຄາ ເຮືອນແລະຮື້ຫຼັງຄາອອກເປັນປ່ອງ ຈາກນັ້ນກໍໄດ້ຢ່ອນເຂົາລົງໄປທີ່ພຣະບາດຂອງພຣະເຢຊູ {MH 75.1}ມແ 55.1

    ການເທສະໜາສັ່ງສອນໄດ້ຢຸດຊະງັກລົງ ພຣະຜູ້ຊ່ວຍໃຫ້ລອດຊົງທອດພຣະເນດ ໃບໜ້າທີ່ເສົ້າໝອງແລະຊົງເຫັນສາຍຕາວິ້ງວອນທີ່ຫຼຽວເບິ່ງມາຫາພຣະອົງ ພຣະອົງຊົງ ພໍພຣະໄທເຖິງຄວາມປາຖະໜາຂອງຈິດວິນຍານທີ່ຕ້ອງແບກພາລະອັນໜັກ ພຣະຄຣິດ ນັ້ນເອງ ທີ່ຊົງເປັນຜູ້ເຮັດໃຫ້ໃຈທີ່ເປັນທຳຂອງເຂົາໄດ້ສຳນຶກໃນຄວາມຜິດບາບ ໃນເວລາ ຕັ້ງແຕ່ເຂົາຍັງຢູ່ທີ່ບ້ານ ເມື່ອເຂົາໄດ້ກັບໃຈໃໝ່ຈາກຄວາມຜິດບາບແລະເຊື່ອໃນລິດອໍາ ນາດຂອງພຣະເຢຊູທີ່ຈະເຮັດໃຫ້ເຂົາຫາຍຈາກໂລກໄພໄດ້ແລ້ວ ພຣະກະລຸນາຂອງພຣະ ຜູ້ຊ່ວຍໃຫ້ລອດອຳນວຍພອນໃຫ້ແກ່ຈິດໃຈຂອງເຂົາໃຫ້ໄດ້ຮັບຄວາມສຸກ ພຣະເຢຊູຊົງ ທອດພຣະເນດເຫັນປະກາຍແຫ່ງຄວາມເຊື່ອທຳອິດທີ່ໄດ້ທະວີຂຶ້ນຈົນເປັນການຮູ້ສຳນຶກ ວ່າພຣະອົງຊົງເປັນຜູ້ຊ່ວຍພຽງພຣະອົງດຽວຂອງຄົນພາບ ແລະຊົງເຫັນວ່າຄວາມເຊື່ອ ຂອງເຂົາໄດ້ເຕີບໃຫຍ່ຈົນມີກຳລັງທີ່ເຂັ້ມແຂງຈາກຄວາມພາກພຽນພະຍາຍາມທີ່ຈະເຂົ້າ ມາເຝົ້າຍັງເບື້ອງພຣະພັກຂອງພຣະອົງ ພຣະຄຣິດນັ້ນເອງ ທີ່ຊົງເປັນຜູ້ນຳພາຄົນປ່ວຍທີ່ ທົນທຸກທໍລະມານໃຫ້ມາຫາພຣະອົງ ບັດນີ້ ພຣະຜູ້ຊ່ວຍໃຫ້ລອດຕັດດ້ວຍຖ້ອຍຄຳອັນ ມ່ວນຊື່ນປຽບເໝືອນດົນຕີແກ້ຜູ້ທີ່ໄດ້ຍິນວ່າ ລູກເອີຍຈົ່ງຊື່ນໃຈເຖີດ ບາບຂອງເຈົ້າໄດ້ ຮັບອະໄພແລ້ວ ມັດທາຍ 9:2 {MH 75.2}ມແ 55.2

    ພາລະໜັກແຫ່ງຄວາມຜິດບາບໄດ້ຫຼຸດພົ້ນອອກໄປຈາກຈິດວິນຍານຂອງຊາຍທີ່ ປ່ວຍຢູ່ນັ້ນເຂົາບໍ່ມີຄວາມສົງໃສໃດໆ ພຣະດໍາລັດຂອງພຣະຄຣິດໄດ້ສໍາແດງໃຫ້ເຫັນ ລິດອຳນາດຂອງພຣະອົງທີ່ຊົງອ່ານຈິດໃຈຂອງເຂົາໄດ້ ໃຜແນ່ຈະປະຕິເສດລິດອຳນາດ ຂອງພຣະອົງທີ່ຊົງໂປດຍົກບາບໄດ້ ຄວາມຫວັງໄດ້ບັງເກີດຂຶ້ນແທນຄວາມສີ້ນຫວັງ ແລະຄວາມປີຕິຍິນດີໄດ້ເຂົາມາແທນທີ່ຄວາມເສົ້າໂສກທຸກໃຈ ຄວາມເຈັບປວດທາງຮ່າງ ກາຍໄດ້ສູນຫາຍໄປ ທົ່ວຮ່າງກາຍຂອງເຂົາໄດ້ຮັບການປ່ຽນແປງໃໝ່ ເຂົາບໍ່ໄດ້ຮ້ອງຂໍສິ່ງ ໃດອີກ ໄດ້ແນ່ນອນສະຫງົບນິ້ງ ຮູ້ສຶກເປັນສຸກຢ່າງເຫຼືອລົ້ນເກີນກວ່າຈະກ່າວຖ້ອຍຄຳ ໃດໆ {MH 76.1}ມແ 55.3

    ຄົນພວກນັ້ນໄດ້ເຝົ້າເບິ່ງເຫດການອັນແປກປະຫຼາດໃນທຸກອະລິຍາບົດດ້ວຍ ຄວາມລະທຶກໃຈ ຫຼາຍຄົນຮູ້ສຶກວ່າພຣະດຳລັດຂອງພຣະຄຣິດເປັນຄຳເຊື້ອເຊີນສໍາລັບ ພວກເຂົາດ້ວຍ ຄວາມຜິດບາບບໍ່ໄດ້ເຮັດໃຫ້ເຂົາເຈັບປ່ວຍໃນຝ່າຍຈິດວິນຍານດອກຫວ໊າ ພວກເຂົາບໍ່ມີຄວາມກະຫາຍທີ່ຈະປົດເປື້ອງຈາກພະລະນີ້ນໍາບໍ່ {MH 76.2}ມແ 56.1

    ແຕ່ພວກຟາລີຊາຍຢ້ານວ່າຈະສູນເສຍອຳນາດອິດທິພົນທີ່ມີຕໍ່ຝູງຊົນ ຈຶ່ງຄິດໃນໃຈວ່າ ເປັນຫຍັງຄົນນີ້ຈຶ່ງເວົ້າເຊັ່ນນີ້ ໝິ່ນປະໝາດພຣະເຈົ້ານີ້ ໃຜຈະຍົກຄວາມຜິດບາບໄດ້ ເວັ້ນແຕ່ພຣະເຈົ້າເທົ່ານັ້ນ ມາລະໂກ 2:7 {MH 76.3}ມແ 56.2

    ພຣະເຢຊູຊົງແນມເບິ່ງພວກຟາລີຊາຍແລ້ວ ພວກເຂົາບໍ່ກ້າສົບສາຍຕາແລະໄດ້ ຖອຍຫ່າງອອກດ້ວຍຄວາມຢ້ານກົວ ພຣະເຢຊູຊົງຮູ້ເຖິງຄວາມຄິດທີ່ມີຢູ່ພາຍໃນຈິດໃຈ ຂອງພວກເຂົາຈຶ່ງບອກວ່າ ເຫດໃດທ່ານທັງຫຼາຍຈຶ່ງຄິດໃນໃຈຢ່າງນີ້ນໍ ທີ່ຈະວ່າກັບຄົນ ງ່ອຍວ່າບາບທັງປວງຂອງເຈົ້າໄດ້ຮັບອະໄພແລ້ວ ແລະຈະວ່າຈົ່ງຍົກເປຍ່າງໄປເຖີດນັ້ນ ອັນໃດຈະງ່າຍກວ່າກັນ ແຕ່ເພື່ອທ່ານທັງຫຼາຍຈະຮູ້ວ່າ ບຸດມະນຸດມີສິດອຳນາດໃນໂລກ ທີ່ຈະໂປດຍົກຄວາມຜິດບາບໄດ້ ພຣະອົງຈຶ່ງຕັດສັ່ງຄົນງ້ອຍວ່າ ຈົ່ງລຸກຂຶ້ນຍົກເປໄປ ບ້ານຂອງເຈົ້າເຖີດ ມັດທາຍ 9:4-6 {MH 76.4}ມແ 56.3

    ຄົນງ່ອຍທີ່ຖືກຫາມເທິງເປມາຫາພຣະເຢຊູນັ້ນ ກໍໄດ້ລຸກຂຶ້ນຢືນດ້ວຍຄວາມແຂງ ແຮງແລະມີກຳລັງວັງຊາຄືກັບຄົນໜຸ່ມ ໃນທັນໃດນັ້ນເຂົາກໍໄດ້ ຍົກເປຂອງຕົນຍ່າງອອກ ໄປຕໍ່ໜ້າຄົນທັງປວງ ຄົນທັງປວງກໍ່ປະຫຼາດໃຈຢ່າງໜັກຈຶ່ງສັນລະເສີນພຣະເຈົ້າວ່າ ເຮົາ ບໍ່ເຄີຍເຫັນເຊັ່ນນີ້ເລີຍ ມາລະໂກ 2:12 {MH 77.1}ມແ 56.4

    ຮ່າງກາຍທີ່ເຊື່ອມໂຊມຈະກັບມີສຸຂະພາບທີ່ສົມບູນແຂງແຮງຂຶ້ນມາໃໝ່ໄດ້ອີກ ເທື່ອໜຶ່ງນັ້ນ ຈະຕ້ອງອາໄສລິດອຳນາດຊຶ່ງບໍ່ນ້ອຍໄປກວ່າລິດອໍານາດຂອງພຣະເຈົ້າໃນກາ ນຊົງສ້າງສັບພະສິ່ງທັງປວງຂຶ້ນມາ ພຣະສຸລະສຽງທີ່ຊົງຕັດເພື່ອປະທານຊີວິດໃຫ້ກັບຄົນ ງ່ອຍຜູ້ກຳລັງສະຕາຍ ເປັນພຣະສຸລະສຽງດຽວກັນກັບທີ່ພຣະອົງຊົງຕັດເມື່ອພຣະອົງຊົງ ສ້າງມະນຸດຂຶ້ນຈາກຝຸ່ນຂີ້ດິນ ແລະລິດອໍານາດທີ່ປະທານຊີວິດໃຫ້ແກ່ຮ່າງກາຍ ເປັນລິດ ອໍານາດດຽວກັນທີ່ໄດ້ປ່ຽນແປງທີ່ໃຈໃໝ່ ພຣະອົງຜູ້ຕັດແລ້ວ ມັນກໍເກິດຂຶ້ນມາ ພຣະ ອົງຊົງບັນຊາມັນກໍອອກມາ ເພງສັນລະເສີນ 33:9 ໃນຂະນະທີ່ຊົງສ້າງໂລກນັ້ນ ເປັນ ຜູ້ບອກປະທານຊີວິດໃຫ້ແກ່ຈິດວິນຍານທີ່ຕາຍແລ້ວໃນການລ່ວງລະເມີດແລະຄວາມ ຜິດບາບ ການຮັກສາຮ່າງກາຍໃຫ້ຫາຍຈາກຄວາມເຈັບປ່ວຍນັ້ນ ເປັນຫຼັກຖານທີ່ສະແດງ ເຖິງລິດອໍານາດທີ່ໄດ້ປ່ຽນແປ່ງຈິດໃຈໃໝ່ ພຣະຄຣິດຊົງມີພຣະດຳລັດສັ່ງໃຫ້ຄົນງ່ອຍ ລຸກຂຶ້ນແລະຍ່າງໄປນັ້ນກໍເພື່ອ ທ່ານທັງຫຼາຍຈະໄດ້ຮູ້ວ່າ ບຸດມະນຸດມີລິດອຳນາດໃນ ໂລກທີ່ຈະໂປດຍົກຄວາມຜິດບາບໄດ້ {MH 77.2}ມແ 56.5

    ຄົນງ່ອຍໄດ້ຮັບການຮັກສາໂຣກທັງໃນຝ່າຍຈິດວິນຍານແລະໂລກທາງຮ່າງກາຍ ຈາກພຣະຄຣິດເຂົາຈຳເປັນຈະຕ້ອງໄດ້ຮັບການຊຳລະຈິດໃຈໃຫ້ສະອາດບໍລິສຸດ ກ່ອນທີ່ ຈະໄດ້ຮູ້ຊຶ້ງເຖິງຄຸນຄ່າຂອງຮ່າງກາຍທີ່ສົມບູນແຂງແຮງໄດ້ ກ່ອນທີ່ຈະຮັກສາໂຣກໄພໄຂ້ ເຈັບທາງຝ່າຍຮ່າງກາຍໃຫ້ຫາຍນັ້ນ ພຣະຄຣິດຊົງຕ້ອງປົດປ່ອຍຄວາມທຸກທີ່ມີຢູ່ພາຍໃນ ຈິດໃຈແລະຈະຊົງຊໍາລະຈິດວິນຍານຈາກຄວາມບາບໃຫ້ສະອາດບໍລິສຸດເສຍກ່ອນເຮົາບໍ່ ຄວນທີ່ຈະເບິ່ງຂ້າມບົດຮຽນນີ້ໄປ ໃນທຸກມື້ນີ້ມີຄົນຈຳນວນຫຼວງຫຼາຍທີ່ກຳລັງທຸກທໍລະ ມານດ້ວຍໂລກໄພໄຂ້ເຈັບຄືດັ່ງເຊັ່ນຄົນງ່ອຍນີ້ ຄົນເຫຼົ່ານີ້ຕ່າງປາຖະໜາທີ່ຈະໄດ້ຍິນ ພຣະກຽດຕິຄຸນອັນປະເສີດທີ່ວ່າ ບາບທັງປວງຂອງເຈົ້າໄດ້ຮັບອະໄພແລ້ວ ພາລະໜັກ ແຫ່ງຄວາມຜິດບາບແລະຄວາມຢາກໄດ້ຢາກມີທີ່ບໍ່ຮູ້ຈັກພໍ ຮວມທັງຄວາມວຸ້ນວາຍໃຈ ລ້ວນແຕ່ເປັນບໍ່ເກີດຂອງໂລກໄພໄຂ້ເຈັບຂອງເຂົາເອງ ເຂົາບໍ່ອາດທີ່ຈະໄດ້ຮັບການຮັກສາ ບັນເທົາຈົນກວ່າຈະໄດ້ ມາຫາພຣະອົງຜູ້ຊົງເປັນແພດຜູ້ຮັກສາຈິດວິນຍານ ສັນຕິສຸກທີ່ມີ ພຽງພຣະອົງຜູ້ດຽວເທົ່ານັ້ນທີ່ສາມາດຈະປະທານໃຫ້ ຈະຊ່ວຍຟື້ນຟູໃຫ້ຈິດໃຈມີຄວາມ ເຂັ້ມແຂງ ແລະເຮັດໃຫ້ຮ່າງກາຍມີສຸຂະພາບທີ່ສົມບູນໄດ້ {MH 77.3}ມແ 57.1

    ການຮັກສາຊາຍງ່ອຍໃຫ້ຫາຍຈາກໂລກໄດ້ເປັນຜົນໃຫ້ບັງເກີດແກ່ປະຊາຊົນ ເໝືອນດັ່ງຟ້າສະຫວັນໄດ້ເປີດອອກແລະສໍາແດງຊຶ່ງສະຫງ່າລາສີຂອງໂລກທີ່ສຸກສົມບູນ ກວ່າ ໃນຂະນະທີ່ຄົນງ່ອຍໄດ້ຫາຍຈາກໂລກແລ້ວຍ່າງຜ່າຝູງຊົນ ເຂົາໄດ້ສັນລະເສີນພຣະ ເຈົ້າໃນທຸກບາດກ້າວແລະແບກພາລະ ທີ່ເບົາປານຂົນນົກຂອງເຂົານັ້ນກັບໄປ ປະຊາຊົນ ໄດ້ຫຼີກທາງໃຫ້ເຂົາແລະແນມເບິ່ງເຂົາດ້ວຍສີໜ້າຢ້ານກົວຕ່າງກະຊິບຄ່ອຍໆຕໍ່ກັນວ່າວັນ ນີ້ເຮົາໄດ້ເຫັນສິ່ງແປກປະຫຼາດ ລູກາ 5:26 {MH 78.1}ມແ 57.2

    ພາຍໃນບ້ານຂອງຄົນງ່ອຍຕ່າງກໍມີຄວາມປິຕິຍິນດີເມື່ອເຫັນເຂົາແບກທີ່ນອນ ກັບມາຢ່າງສະບາຍ ທັງໆທີ່ເມື່ອບໍ່ດົນກ່ອນໜ້ານີ້ ເຂົາຫາກໍຖືກຫາມອອກໄປຈາກບ້ານ ຢ່າງທຸລົນທຸລາຍ ພວກເຂົາພາກັນມາອ້ອມຮອບຄົນງ່ອຍທີ່ຫາຍປ່ວຍດ້ວຍນ້ຳຕາແຫ່ງ ຄວາມຍິນດີ ແລະແທບຈະບໍ່ເຊື່ອສາຍຕາຂອງຕົນເອງ ເພາະເຂົາໄດ້ກັບກາຍເປັນຊາຍທີ່ ມີຮ່າງກາຍແຂງແຮງກຳຢໍາລໍ້າສັນ ລຳແຂນທີ່ເມື່ອກ່ອນຝໍ່ລີບຄືຕາຍແລ້ວ ກໍກັບມາເຄື່ອນ ໄຫວໄປມາໄດ້ຢ່າງໃຈຄິດ ເນື້ອໜັງທີ່ເມື່ອກ່ອນເຄີຍຫ່ຽວແຫ້ງແລະມີສີຄໍ້ານັ້ນ ບັດນີ້ ກັບສົດໃສແລະເປ່ງປະກາຍ ເຂົາຍ່າງເດີນໄດ້ດ້ວຍຄວາມໝັ້ນຄົງ ປະຄອງຕົວຢ່າງເຕັມ ກຳລັງ ຄວາມປິຕິຍິນດີແລະຄວາມຫວັງສາຍແວວຢູ່ໃນທຸກອະນູ (ຈຸດ) ເທິງໃບໜ້າຂອງ ເຂົາ ແລະສະແດງອອກເຖິງຄວາມບໍລິສຸດແລະສັນຕິສຸກຊຶ່ງເຂົ້າມາແທນທີ່ຮອຍແຜແຫ່ງ ຄວາມຜິດບາບແລະຄວາມທຸກທໍລະມານ ສຽງໂມທະນາຂອບຄຸນພຣະເຈົ້າດ້ວຍ ຄວາມເບີກບານໃຈດັງຂຶ້ນຈາກບ້ານຫຼັງນັ້ນ ແລະພຣະເຈົ້າໄດ້ຮັບສະຫງ່າລາສີໂດຍພຣະ ບຸດຂອງພຣະອົງ ພຣະອົງຊົງນໍາຄວາມຫວັງກັບຄືນມາໃຫ້ແກ່ຜູ້ທີ່ສິ້ນຫວັງ ແລະນຳພາ ລະກຳລັງກັບຄືນສູ່ຄົນທີ່ເຈັບປ່ວຍ ຊາຍຜູ້ນີ້ແລະຄອບຄົວຂອງເຂົາພ້ອມແລ້ວທີ່ຈະສະລະຊີ ວິດເພື່ອພຣະເຢຊູ ບໍ່ມີຄວາມສົງໃສໃດໆທີ່ຈະເຮັດໃຫ້ຄວາມເຊື່ອຂອງເຂົາມືດມົວອີກຕໍ່ໄປ ບໍ່ມີທັງຄວາມບໍ່ເຊື່ອໃດໆທີ່ຈະມາທຳລາຍຄວາມຈົງຮັກພັກດີທີ່ມີຕໍ່ພຣະອົງຜູ້ຊົງ ໂປດປະທານແສງສະຫວ່າງສູ່ບ້ານທີ່ມືດມົນຫຼັງນີ້ອີກມແ 58.1

    “ຈິດໃຈຂອງຂ້າເອີຍ ຈົ່ງຖະຫວາຍສາທຸການແດ່ພຣະເຈົ້າ
    ແລະທັງສິ້ນທີ່ຢູ່ໃນຂ້າພຣະອົງ
    ຈົ່ງຖະຫວາຍສາທຸການແດ່ພຣະນາມບໍລິສຸດຂອງພຣະອົງ
    ຈິດໃຈຂອງຂ້າເອີຍຈົ່ງຖວາຍສາທຸການແດ່ພຣະເຈົ້າ
    ແລະຢ່າລືມພຣະລາຊະກິດອັນມີພຣະຄຸນທັງສິ້ນຂອງພຣະອົງ
    ຜູ້ຊົງອະໄພຄວາມບາບຜິດທັງສິ້ນຂອງທ່ານ ຜູ້ຊົງຮັກສາໂຣກທັງສິ້ນຂອງທ່ານ ຜູ້ຊົງໄຖ່ຊີວິດຂອງທ່ານມາຈາກປາກແດນຜູ້ຕາຍ.....
    ໄວໜຸ່ມຂອງທ່ານຈຶ່ງກັບຄືນມາໃໝ່ຢ່າງໄວນົກອິນຊີ
    ພຣະເຈົ້າຊົງປະກອບການແກ້ແທນ
    ແລະການຍຸຕິທຳໃຫ້ແກ່ບັນດາຜູ້ຖືກບີບບັງຄັບ...
    ພຣະອົງບໍ່ໄດ້ຊົງເຮັດກັບເຮົາຕາມເລື່ອງບາບຂອງເຮົາ
    ຫຼືຊົງສະໜອງຕາມບາບຜິດຂອງເຮົາ....
    ບິດາສົງສານບຸດຂອງຕົນສັນໃດ
    ພຣະເຈົ້າຊົງສົງສານບັນດາຄົນທີ່ຢໍາເກງພຣະອົງສັນນັ້ນ
    ເພາະພຣະອົງຊົງຮູ້ໂຄງຮ່າງຂອງເຮົາ
    ພຣະອົງຊົງລະນຶກວ່າເຮົາເປັນພຽງແຕ່ຝຸ່ນຂີ້ດິນ”
    ມແ 58.2

    ເພງສັນລະເສີນ 103:1-14 {MH 79.1}

    Larger font
    Smaller font
    Copy
    Print
    Contents