Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ບົດທີ 29 ຜູ້ສ້າງຄອບຄົວ

    ພຣະອົງຜູ້ປະທານເອວາໃຫ້ເປັນຄູ່ຊີວິດຂອງອາດາມ ຊົງເຮັດການອັດສະຈັນຄັ້ງ ທໍາອິດຂອງພຣະອົງໃນງານແຕ່ງດອງໃນຫ້ອງໂຖງງານລ້ຽງທີ່ຍາດມິດພາກັນມາຮ່ວມຍິນດີ ພຣະຄຣິດຊົງເລີ່ມພຣະລາຊະກິດຂອງພຣະອົງຕໍ່ສາທາລະນະຊົນ ໂດຍເຫດນັ້ນ ພຣະ ອົງຊົງເຫັນດີນໍາໃນເລື່ອງຂອງການແຕ່ງດອງ ຊົງໃຫ້ການຮັບຮອງການແຕ່ງດອງວ່າເປັນ ພິທີທີ່ພຣະອົງຊົງເປັນຜູ້ກໍ່ຕັ້ງຂຶ້ນ ພຣະອົງຊົງບັນຍັດວ່າມະນຸດຊາຍຍິງຄວນຜູກພັນເປັນ ອັນໜຶ່ງອັນດຽວກັນໃນການແຕ່ງດອງອັນສັກສິດເພື່ອສ້າງຄອບຄົວທີ່ສະມາຊິກມີກຽດ ສົມຄວນທີ່ຍອມຮັດໃນຖານະສະມາຊິກຂອງຄອບຄົວເບື້ອງເທິງ {HM 356.1}ມແ 360.1

    ພຣະຄຣິດປະທານກຽດແກ່ຄວາມສໍາພັນໃນການແຕ່ງດອງ ໂດຍໃຫ້ພິທີນີ້ເປັນ ເຄື່ອງໝາຍສະແດງເຖິງການແຕ່ງດອງລະຫວ່າງພຣະອົງກັບບັນດາວິສຸດທິຊົນທີ່ໄດ້ຮັບ ການໄຖ່ໃຫ້ລອດ ພຣະອົງຊົງເປັນເຈົ້າບ່າວ ສ່ວນເຈົ້າສາວຄືຄຣິສຕະຈັກ ພຣະອົງບອກ ເຖິງຄຣິສຕະຈັກທີ່ພຣະອົງຊົງເລືອກໄວ້ວ່າ ” ທີ່ຮັກຂອງຂ້າພະເຈົ້າເອີຍ ເຈົ້າຊ່າງງາມສົດ ໃສໄປທຸກສ່ວນ ໃນຕົວເຈົ້າຈະຫາຕໍານິຈັກນ້ອຍໜຶ່ງກໍບໍ່ມີ ” ຊາໂລມອນ 4:7 {HM 356.2}ມແ 360.2

    ພຣະຄຣິດຊົງ “ຮັກຄຣິສຕະຈັກແລະປະທານພຣະອົງເອງເພື່ອຄຣິສຕະຈັກເພື່ອ ຈະໄດ້ຊົງເຮັດໃຫ້ຄຣິສຕະຈັກບໍລິສຸດໂດຍການຊົງຊໍາລະ....ເພື່ອທີ່ພຣະອົງຈະໄດ້ມີຄຣິສ ຕະຈັກທີ່ມີສະຫງ່າລາສີບໍ່ມີຕໍານິຫຼືມົນທິນໃດໆເລີຍ ” ” ດັ່ງນັ້ນແຫຼະຜົວຈຶ່ງຄວນຮັກ ເມຍຂອງຕົນ” ເອເຟໂຊ 5:25-28 {HM 356.3}ມແ 361.1

    ສາຍໃຍຜູກພັນໃນຄອບຄົວນັ້ນນັບວ່າມີຄວາມແນບແໜ້ນໃກ້ຊິດທີ່ສຸດ ມີຄວາມ ອ່ອນໂຍນແລະສູງສົ່ງທີ່ສຸດຂອງບັນດາສາຍສໍາພັນອື່ນໃດໃນໂລກນີ້ ພຣະເຈົ້າຊົງມຸ້ງ ໝາຍໃຫ້ຄວາມຜູກພັນນີ້ໄດ້ນໍາພຣະພອນແຫ່ງຄວາມສຸກມາສູ່ມວນມະນຸດ ແລະເມື່ອຄູ່ ແຕ່ງດອງໄດ້ເປັນຄູ່ຄອງກັນດ້ວຍຄໍາໝັ້ນສັນຍາ ດ້ວຍຄວາມຢໍາເກງໃນພຣະເຈົ້າແລະໄດ້ ໄຕ່ຕອງເຖິງບົດບາດໜ້າທີ່ຢ່າງຖືກຕ້ອງ ການແຕ່ງດອງນັ້ນຍ່ອມເປັນພຣະພອນ {HM 356.4}ມແ 361.2

    ຄົນທັງຫຼາຍທີ່ຄິດຈະແຕ່ງດອງຄວນພິຈາລະນາເບິ່ງວ່າຄອບຄົວທີ່ຈະສ້າງຂຶ້ນ ນັ້ນຄວນຈະມີລັກສະນະແລະສະພາບຢ່າງໃດ ເມື່ອຄົນເຫຼົ່ານັ້ນໄດ້ເປັນບິດາມານດາ ເຂົາ ທັງຫຼາຍໄດ້ຮັບມອບໝາຍໜ້າທີ່ອັນສັກສິດຈາກພຣະເຈົ້າ ໂດຍທົ່ວໄປແລ້ວ ຜູ້ເປັນບຸດ ທິດາຈະມີຄວາມຜາສຸກໃນໂລກນີ້ແລະມີຄວາມສຸກໃນໂລກໜ້າໄດ້ນັ້ນຍ່ອມຂຶ້ນຢູ່ກັບບິ ດາມານດາ ອິດທິພົນສ່ວນໃຫຍ່ຂອງບິດາມານດາຈະເປັນຕົວກໍານົດລັກສະນະຂອງບຸດ ທິດາຂອງຕົນເອງທັງໃນດ້ານຂອງຮ່າງກາຍແລະສິລະທໍາຈາລິຍະທໍາ ແລະສະພາບຂອງ ສັງຄົມຂຶ້ນຢູ່ກັບລັກສະນະຂອງຄອບຄົວ ນໍ້າໜັກຂອງຜົນກະທົບທີ່ມີໃນແຕ່ລະຄອບຄົວ ຈະບົ່ງຊີ້ເຖິງຄວາມຈະເລີນຫຼືຄວາມຕົກຕໍ່າເສື່ອມຖອຍຂອງສັງຄົມໄດ້ {HM 357.1}ມແ 361.3

    ການເລືອກຄູ່ຄອງຊີວິດຄວນຄໍານຶງເຖິງຄວາມພ້ອມທີ່ດີທີ່ສຸດທັງທາງຮ່າງກາຍ ຈິດໃຈແລະຈິດວິນຍານ ສໍາລັບຄວາມຜາສຸກຂອງບິດາມານດາແລະລູກໆ ອັນຈະເຮັດ ໃຫ້ບິດາມານດາແລະລູກໆເປັນພຣະພອນແກ່ເພື່ອນມະນຸດແລະເປັນການຖະຫວາຍ ພຣະກຽດແດ່ພຣະຜູ້ສ້າງຂອງເຂົາທັງຫຼາຍ {HM 357.2}ມແ 361.4

    ກ່ອນທີ່ໜຸ່ມສາວຈະກ້າວເຂົ້າມາຮັບຜິດຊອບພາລະທີ່ຈະຕາມມາກ່ຽວກັບການ ແຕ່ງດອງເຂົາທັງຫຼາຍຄວນມີປະສົບການຂອງຊີວິດມາຫຼາຍພໍເພື່ອເປັນການຕຽມຕົວເອງ ໃຫ້ພ້ອມທີ່ຈະຮັບໜ້າທີ່ແລະພາລະໃນຊີວິດແຕ່ງດອງໄດ້ເຮົາບໍ່ຄວນສະໜັບສະໜູນໃຫ້ ຄົນໜຸ່ມສາວແຕ່ງດອງກັນໄວຈົນເກີນໄປຕັ້ງແຕ່ອາຍຸຍັງນ້ອຍ ຄວາມສໍາພັນທີ່ມີຄວາມ ສໍາຄັນຍິ່ງໃນເລື່ອງການແຕ່ງດອງ ອີກທັງຜົນທີ່ຈະຕາມມາຢ່າງຫຼວງຫຼາຍນັ້ນ ຍ່ອມ ບໍ່ຄວນດ່ວນຕັດສິນໃຈຢ່າງຮີບຮ້ອນໂດຍທີ່ບໍ່ໄດ້ຕຽມຕົວໃຫ້ພ້ອມຫຼືໃນຂະນະທີ່ສະ ພາບຮ່າງກາຍຫຼືຈິດໃຈຍັງບໍ່ໄດ້ເຕີບໃຫຍ່ຈົນເຖິງວຸດທີພາວະ {HM 358.1}ມແ 361.5

    ຄູ່ວິວາບໍ່ມີຊັບສິນເງິນຄໍາຫຼວງຫຼາຍແຕ່ສິ່ງທີ່ເປັນພຣະພອນຫຼາຍກວ່າກໍຄື ສຸຂະພາບ ອັນສົມບູນແລະໂດຍສ່ວນໃຫຍ່ແລ້ວຄູ່ວິວາບໍ່ຄວນຈະມີອາຍຸທີ່ແຕກຕ່າງກັນຫຼາຍ ການ ລະເລີຍຕໍ່ຫຼັກການນີ້ອາດສົ່ງຜົນຮ້າຍແຮງຕໍ່ສຸຂະພາບທີ່ບໍ່ສົມບູນ ບິດາມານດາທີ່ມີອາຍຸ ຫຼາຍອາດຈະບໍ່ສາມາດໃຫ້ການດູແລເອົາໃຈໃສ່ຫຼືສະແດງຄວາມເປັນເພື່ອນແກ່ເດັກ ນ້ອຍໄດ້ເທົ່າທີ່ເດັກນ້ອຍຕ້ອງການແລະບາງທີບິດາມານດາກໍອາດຈະຕາຍຈາກໄປໃນເວ ລາທີ່ເດັກນ້ອຍຕ້ອງການຄວາມຮັກແລະການແນະນໍາສັ່ງສອນຫຼາຍທີ່ສຸດ {HM 358.2}ມແ 362.1

    ຄວາມສໍາພັນໃນຊີວິດແຕ່ງງານຈະມີຄວາມຜາສຸກລາບລື້ນໄດ້ກໍຕໍ່ເມື່ອໄດ້ຢູ່ໃນ ພຣະຄຣິດເທົ່ານັ້ນ ຄວາມຮັກຂອງມະນຸດຈະຕ້ອງເຂົ້າມາແນບແໜ້ນໃກ້ຊິດດ້ວຍສາຍ ໃຍຜູກພັນກັບຄວາມຮັກຂອງພຣະເຈົ້າ ທີ່ໆພຣະຄຣິດຊົງຄອບຄອງຢູ່ເທົ່ານັ້ນ ຈຶ່ງຈະມີ ຄວາມຮັກທີ່ເລິກເຊິ່ງ ເປັນຄວາມຮັກທີ່ແທ້ຈິງແລະບໍ່ມີຄວາມເຫັນແກ່ຕົວ {HM 358.3}ມແ 362.2

    ຄວາມຮັກເປັນຂອງປະທານອັນລໍ້າຄ່າທີ່ເຮົາໄດ້ຮັບຈາກພຣະເຢຊູ ຄວາມຮັກທີ່ ບໍລິສຸດແລະສູງສົ່ງບໍ່ແມ່ນເປັນພຽງແຕ່ຄວາມຮູ້ສຶກແຕ່ເປັນຫຼັກການ ຜູ້ທີ່ມີຄວາມຮັກທີ່ ແທ້ຈິງຂັບເຄື່ອນຢູ່ພາຍໃນຈິດໃຈຍ່ອມບໍ່ແມ່ນຜູ້ທີ່ໄຮ້ເຫດຜົນຫຼືຕາບອດ ພຣະວິນຍານ ບໍລິສຸດຊົງສັ່ງສອນຄົນເຫຼົ່ານັ້ນໃຫ້ຮັກພຣະເຈົ້າຢ່າງສຸດຈິດສຸດໃຈແລະຮັກເພື່ອນບ້ານ ເໝືອນຮັກຕົນເອງ {HM 358.4}ມແ 362.3

    ຂໍໃຫ້ຄົນທັງຫຼາຍທີ່ກໍາລັງຄິດຈະແຕ່ງດອງ ໄດ້ພິຈາລະນາເຖິງຈິດໃຈແລະເຝົ້າສັງ ເກດເບິ່ງອຸປະນິດໄສຂອງຜູ້ທີ່ເຂົາຄິດວ່າຈະໃຊ້ຊີວິດຮ່ວມກັນ ຈົ່ງໃຫ້ທຸກບາດກ້າວທີ່ມຸ້ງ ໄປສູ່ຄວາມສໍາພັນໃນຊີວິດແຕ່ງງານສະແດງເຖິງຄວາມສຸພາບຮຽບຮ້ອຍ ຄວາມລຽບ ງ່າຍຄວາມຈິງໃຈ ແລະມີຄວາມຕັ້ງໃຈຈິງທີ່ຈະເຮັດໃຫ້ເປັນທີ່ພໍພຣະໄທແລະຖະຫວາຍ ກຽດແດ່ພຣະເຈົ້າ ການແຕ່ງດອງມີຜົນຕໍ່ຊີວິດຫຼັງຈາກນັ້ນ ທັງຊີວິດໃນໂລກນີ້ແລະຊີ ວິດໃນໂລກໜ້າ ຄຣິດສະຕຽນທີ່ຈິງໃຈຈະບໍ່ວາງແຜນເຮັດສິ່ງໃດທີ່ພຣະເຈົ້າບໍ່ຊົງເຫັນ ສົມຄວນ {HM 359.1}ມແ 362.4

    ຖ້າພຣະເຈົ້າຊົງອວຍພອນໃຫ້ທ່ານມີບິດາມານດາທີ່ຢໍາເກງພຣະອົງ ຈົ່ງຂໍຄໍາ ປຶກສາແນະນໍາຈາກບິດາມານດາ ຈົ່ງບອກຄວາມຫວັງແລະແຜນການຂອງທ່ານແກ່ເຂົາ ທັງສອງ ແລະຮຽນຮູ້ເຖິງບົດຮຽນຈາກປະສົບການໃນຊີວິດຂອງເຂົາທັງສອງ ແລ້ວທ່ານ ຈະບໍ່ໄດ້ຕ້ອງປວດໃຈ ເໜືອສິ່ງອື່ນໃດຈົ່ງໃຫ້ພຣະຄຣິດຊົງເປັນທີ່ປຶກສາຂອງທ່ານ ຈົ່ງ ສຶກສາຮໍ່າຮຽນພຣະວັດຈະນະຂອງພຣະອົງດ້ວຍການອະທິຖານ {HM 359.2}ມແ 363.1

    ພາຍໃຕ້ຄໍາແນະນໍາເຫຼົ່ານີ້ ຂໍໃຫ້ຍິງສາວເລືອກຄູ່ຊີວິດສະເພາະຜູ້ທີ່ມີອຸປະນິດໄສ ທີ່ບໍລິສຸດດີງາມແລະມີຄວາມເປັນລູກຜູ້ຊາຍ ເປັນຜູ້ທີ່ມີຄວາມຂະຫຍັນໝັ່ນພຽນ ມີ ຄວາມກະຕືລືລົ້ນ ມີຄວາມຊື່ສັດແລະເປັນຜູ້ທີ່ມີຄວາມຮັກແລະຢໍາເກງພຣະເຈົ້າ ຂໍໃຫ້ ຊາວໜຸ່ມເລືອກຍິງສາວທີ່ຈະມາຮ່ວມຄູ່ຄຽງໃນຊີວິດ ເປັນຜູ້ທີ່ສາມາດແບ່ງເບົາພາລະ ໃນຊີວິດຄູ່ໄດ້ ເປັນຜູ້ທີ່ສາມາດໂນ້ມນ້າວໃຫ້ເຂົາມີຈິດໃຈທີ່ບໍລິສຸດດີງາມ ແລະເຮັດໃຫ້ ເຂົາມີຄວາມສຸກໃນຄວາມຮັກຂອງເຈົ້າ {HM 359.3}ມແ 363.2

    ເມຍທີ່ສະຫຼາດມາຈາກພຣະຍາເວ ” ” ຜົວຂອງນາງກໍໄວ້ໃຈນາງ…ນາງນໍາສິ່ງ ດີມາໃຫ້ເຂົາບໍ່ນໍາສິ່ງຮ້າຍຕະຫຼອດວັນຄືນແຫ່ງຊີວິດຂອງນາງ ” “ນາງອ້າປາກກ່າວດ້ວຍ ປັນຍາ ແລະຄໍາສອນປົນຄວາມເອນດູຢູ່ທີ່ລິ້ນຂອງນາງ ນາງເບິ່ງແຍງຄວາມເປັນຢູ່ໃນ ຄອບຄົວຢ່າງດີແລະບໍ່ເຄີຍຄ້ານ ລູກໆຂອງນາງຕື່ນຂຶ້ນມາກໍຊົມເຊີຍນາງ ຜົວຂອງນາງກໍ ສັນເສີນນາງ ດ້ວຍວ່າ ຍິງຫຼວງຫຼາຍເຮັດໄດ້ດີເລີດແຕ່ນາງເລີດຍິ່ງກວ່າເຂົາທັງໝົດ ຊາຍ ໃດໄດ້ເມຍທີ່ມີລັກສະນະດັ່ງກ່າວແລ້ວ ຊາຍນັ້ນໄດ້” ຂອງດີ ແລະໄດ້ຄວາມໂປດປານ ຈາກພຣະຍາເວ ສຸພາສິດ 19:14; 31:11,12, 26-29; 18:22 (THSV) {HM 359.4}ມແ 363.3

    ແມ່ນວ່າຈະໄດ້ເລືອກຄູ່ຄອງກັນຢ່າງລະມັດລະວັງແລະສະຫຼາດຮອບຄອບແລ້ວ ກໍຕາມ ແຕ່ມີຄູ່ຜົວເມຍນ້ອຍຄູ່ທີ່ມີຄວາມສໍາພັນສະນິດແໜ້ນຕັ້ງແຕ່ຂະນະທີ່ຍ່າງເຂົ້າສູ່ ປະຕູວິວາ ຄວາມສໍາພັນທີ່ແທ້ຈິງຂອງຄູ່ແຕ່ງດອງມັກຈະເກີດຂຶ້ນຫຼາຍປີຕໍ່ມາພາຍຫຼັງທີ່ ໄດ້ຢູ່ກິນເປັນຜົວເມຍກັນແລ້ວ {HM 359.5}ມແ 363.4

    ເມື່ອຄູ່ແຕ່ງດອງໃໝ່ເລີ່ມຜະເຊີນກັບພາລະຍຸ້ງຍາກແລະພາລະທຸກຍາກໃນຊີວິດ ຄວາມຮັກທີ່ເຄີຍຈິນຕະນາການໄວ້ກ່ອນແຕ່ງດອງສູນຫາຍໄປໝົດ ຜົວແລະເມຍຄ່ອຍໆ ຮຽນຮູ້ນິດໄສໃຈຄໍທີ່ແທ້ຈິງຂອງກັນແລະກັນ ຊຶ່ງບໍ່ມີໂອກາດໄດ້ຮຽນຮູ້ໃນລະຫວ່າງທີ່ ຄົບຫາເບິ່ງໃຈກັນກ່ອນໜ້ານີ້ ຊ່ວງນີ້ເປັນເວລາທີ່ສໍາຄັນທີ່ສຸດໃນປະສົບການຂອງຄູ່ ແຕ່ງດອງ ຊີວິດອະນາຄົດທັງໝົດຈະມີຄວາມສຸກແລະມີປະໂຫຍດຂຶ້ນຢູ່ກັບການເລືອກ ດໍາເນີນຊີວິດໃນທາງທີ່ຖືກຕ້ອງແຕ່ເວລານັ້ນ ຄູ່ຜົວເມຍມັກພົບເຫັນຈຸດອ່ອນແລະຂໍ້ ບົກຜ່ອງຂອງກັນແລະກັນຢ່າງບໍ່ຄາດຄິດມາກ່ອນ ແຕ່ຫົວໃຈທັງສອງທີ່ຄວາມຮັກນໍາມາ ຜູກພັນກັນຈະເບິ່ງເຫັນຄວາມດີງາມຂອງອີກຝ່າຍໜຶ່ງຢ່າງທີ່ບໍ່ເຄີຍເຫັນມາກ່ອນດ້ວຍ ເຊັ່ນກັນ ຂໍໃຫ້ທຸກຄົນພະຍາຍາມຄົ້ນຫາຄວາມດີງາມຫຼາຍກວ່າຂໍ້ບົກຜ່ອງ ທ່າທີຂອງ ເຮົາແລະສິ່ງທີ່ຢູ່ແວດລ້ອມຕົວເຮົາມັກຈະເປັນຕົວກໍານົດວ່າຜູ້ອື່ນເປັນຄົນຢ່າງໃດໃນ ສາຍຕາຂອງເຮົາ ມີຫຼາຍຄົນເຫັນວ່າການສະແດງຄວາມຮັກຕໍ່ກັນນັ້ນເປັນຄວາມອ່ອນແອ ແລະພະຍາຍາມສະຫງວນທ່າທີຂອງຕົນໄວ້ຈຶ່ງເຮັດໃຫ້ຜູ້ອື່ນບໍ່ຢາກສະນິດກັບຄົນເຫຼົ່ານັ້ນ ຄວາມຮູ້ສຶກເຊັ່ນນີ້ທໍາລາຍຄວາມເຫັນອົກເຫັນໃຈທີ່ຄວນມີຕໍ່ກັນ ເມື່ອຄວາມ ຕ້ອງການຄວາມເຫັນອົກເຫັນໃຈຈາກສັງຄົມຖືກລະງັບໄປ ຄົນເຫຼົ່ານັ້ນຈະເລີ່ມຫົດຫູ່ ຫຼາຍມື້ເຂົ້າຈິດໃຈຈະຮູ້ສຶກໂດດດ່ຽວແລະເຢັນຊາ ເຮົາຄວນລະມັດລະວັງຄວາມຜິດ ພາດໃນເລື່ອງນີ້ ຄວາມຮັກບໍ່ອາດຢັ້ງຢືນຢູ່ໄດ້ຖ້າປາສະຈາກການສະແດງອອກເຖິງ ຄວາມຮັກ ຈົ່ງຢ່າປ່ອຍໃຫ້ຈິດໃຈຂອງຜູ້ທີ່ຢູ່ຮ່ວມກັບທ່ານຕ້ອງໂຫຍຫາຄວາມເມດຕາ ກະລຸນາແລະຄວາມເຫັນອົກເຫັນໃຈທີ່ທ່ານຄວນຈະມອບໃຫ້ {HM 360.1}ມແ 363.5

    ແມ່ນວ່າຄວາມຍາກລໍາບາກ ຄວາມວຸ້ນວາຍແລະຄວາມທໍ້ແທ້ໃຈອາດເກີດຂຶ້ນ ຈົ່ງ ຢ່າໃຫ້ຜົວຫຼືເມຍເກັບຄວາມຮູ້ສຶກໄວ້ໃນໃຈວ່າການຢູ່ຮ່ວມກັນຂອງທັງສອງນັ້ນເປັນ ຄວາມຜິດພາດແລະຜິດຫວັງ ຈົ່ງຕັ້ງໃຈທີ່ຈະເຮັດທຸກວິທີທາງເທົ່າທີ່ຈະເຮັດໄດ້ເພື່ອ ເປັນຂອງກັນແລະກັນ ຈົ່ງເອົາອົກເອົາໃຈກັນແລະກັນຄືດັ່ງສະໄໝທີ່ຮູ້ຈັກກັນໃໝ່ໆ ຈົ່ງ ໃຫ້ກໍາລັງໃຈກັນແລະກັນໃນທຸກໆທາງເພື່ອຕໍ່ສູ້ກັບສົງຄາມແຫ່ງຊີວິດ ຈົ່ງຮຽນຮູ້ທີ່ຈະ ເພີ່ມພູນຄວາມສຸກຂອງແຕ່ລະຝ່າຍ ຈົ່ງມີຄວາມຮັກແລະມີຄວາມອົດທົນອົດກັ້ນຕໍ່ກັນ ແລະກັນ ແລ້ວແທນທີ່ການແຕ່ງດອງຈະເປັນຈຸດສິ້ນສຸດຂອງຄວາມຮັກ ກັບຈະກາຍ ເປັນການເລີ່ມຕົ້ນຂອງຄວາມຮັກ ຄວາມອົບອຸ່ນຂອງມິດຕະພາບທີ່ແທ້ຈິງແລະຄວາມ ຮັກທີ່ຜູກພັນຫົວໃຈໄວ້ດ້ວຍກັນ ຈະເປັນການຊິມລົດກ່ອນເວລາໃນຄວາມຊື່ນຊົມຍິນ ດີຂອງແຜ່ນດິນສະຫວັນ {HM 360.2}ມແ 364.1

    ຮອບໆທຸກຄອບຄົວມີວົງລ້ອມອັນສັກສິດທີ່ຄວນໄດ້ຮັບການດູແລຮັກສາໄວ້ບໍ່ ໃຫ້ຖືກທໍາລາຍໄປ ພາຍໃນວົງລ້ອມນີ້ຈະຕ້ອງບໍ່ມີຜູ້ໃດອື່ນທີ່ມີສິດລ່ວງລໍ້າເຂົ້າມາໄດ້ ຜົວຫຼືເມຍຕ້ອງບໍ່ປ່ອຍໃຫ້ຜູ້ອື່ນເຂົ້າມາແບ່ງປັນຄວາມໄວ້ເນື້ອເຊື່ອໃຈຊຶ່ງເປັນຂອງເຂົາ ທັງສອງເທົ່ານັ້ນ {HM 361.1}ມແ 364.2

    ຂໍໃຫ້ຕ່າງຝ່າຍຕ່າງມອບຄວາມຮັກໃຫ້ແກ່ກັນແລະກັນຫຼາຍກວ່າທີ່ຈະຮຽກຮ້ອງ ຈາກອີກຝ່າຍໜຶ່ງ ຈົ່ງພັນລະນາສິ່ງທີ່ດີທີ່ສຸດທີ່ມີໃນຕົວທ່ານແລະມີໄວ້ໃນການເບິ່ງເຫັນ ຄຸນຄວາມດີຂອງແຕ່ລະຄົນ ຄວາມຮູ້ສຶກເຖິງການໄດ້ຮັບຄວາມຊື່ນຊົມເປັນຄວາມເພິ່ງ ພໍໃຈແລະກໍາລັງໃຈທີ່ແສນວິເສດ ຄວາມເຫັນອົກເຫັນໃຈແລະການຍອມຮັບນັບຖືຈະ ເປັນເຄື່ອງສະໜັບສະໜູນໃຫ້ເກີດຄວາມພະຍາຍາມທີ່ຈະເຮັດໃນສິ່ງທີ່ດີງາມແລະ ຄວາມຮັກຈະງອກງາມຍິ່ງຂຶ້ນເມື່ອມັນສົ່ງເສີມໃຫ້ມຸ້ງໄປສູ່ເປົ້າໝາຍທີ່ດີງາມກວ່າ {HM 361.2}ມແ 365.1

    ຜົວຫຼືເມຍບໍ່ຄວນປັບປ່ຽນບຸຄະລິກລັກສະນະຂອງຕົນເອງໃຫ້ຄືກັບຂອງອີກ ຝ່າຍໜຶ່ງ ແຕ່ລະຄົນມີຄວາມສໍາພັນກັບພຣະເຈົ້າເປັນການສ່ວນຕົວແລະຕ່າງຈະຕ້ອງທູນ ຖາມຕໍ່ພຣະເຈົ້າວ່າ “ສິ່ງໃດຖືກ” “ສິ່ງໃດຜິດ” “ຂ້າພະອົງຈະປະຕິບັດຕາມຈຸດມຸ້ງ ໝາຍໃນຊີວິດໃຫ້ສໍາເລັດລຸລ່ວງໄດ້ຢ່າງໃດ” ຈົ່ງໃຫ້ຄ່າແຫ່ງຄວາມຮັກຂອງທ່ານຫຼັ່ງໄຫຼ ໄປສູ່ພຣະເຈົ້າຜູ້ປະທານຊີວິດຂອງພຣະອົງໃຫ້ແກ່ທ່ານ ຈົ່ງໃຫ້ພຣະຄຣິດເປັນສິ່ງທໍາອິດ ແລະເປັນສິ່ງສຸດທ້າຍຮ່ວມທັງເປັນສິ່ງທີ່ດີທີ່ສຸດຂອງສັບພະສິ່ງໃນຊີວິດທ່ານເມື່ອທ່ານ ມີຄວາມຮັກທີ່ເລິກເຊິ່ງແລະໝັ້ນຄົງຍິ່ງຂຶ້ນໃນພຣະອົງ ຄວາມຮັກຂອງທ່ານທີ່ມີຕໍ່ກັນ ແລະກັນຈະໄດ້ຮັບການຊໍາລະໃຫ້ບໍລິສຸດແລະເຂັ້ມແຂງຍິ່ງຂຶ້ນ {HM 361.3}ມແ 365.2

    ຈິດວິນຍານແລະຄວາມດີງາມທີ່ພຣະຄຣິດຊົງສະແດງແກ່ເຮົາເປັນຈິດວິນຍານ ທີ່ຜົວແລະເມຍຕ້ອງສະແດງຕໍ່ກັນແລະກັນ “ ຄືດັ່ງທີ່ພຣະຄຣິດໄດ້ຊົງຮັກເຮົາທັງຫຼາຍ ” “ຈົ່ງດໍາເນີນຊີວິດໃນຄວາມຮັກ ” “ຄຣິສຕະຈັກຍ່ອມຟັງພຣະຄຣິດສັນໃດເມຍກໍຍ່ອມ ຟັງຜົວທຸກປະການສັນນັ້ນ ຝ່າຍຜົວກໍຈົ່ງຮັກເມຍຂອງຕົນ ຄືດັ່ງພຣະຄຣິດຊົງຮັກຄຣິສ ຕະຈັກ” ແລະປະທານພຣະອົງເອງເພື່ອຄຣິສຕະຈັກ ເອເຟໂຊ 5:2,24,25 {HM 361.4}ມແ 365.3

    ຜົວຫຼືເມຍບໍ່ຄວນຄິດໃຊ້ອໍານາດບັງຄັບຕໍ່ອີກຝ່າຍໜຶ່ງຢ່າງໄຮ້ເຫດຜົນ ຈົ່ງຢ່າພະ ຍາຍາມບັງຄັບຊຶ່ງກັນແລະກັນໃຫ້ຍອມຕາມຄວາມຕ້ອງການຂອງຕົນເອງ ທ່ານບໍ່ອາດ ເຮັດເຊັ່ນນີ້ແລ້ວຍັງສາມາດຖະໜອມຄວາມຮັກຂອງອີກຝ່າຍໜຶ່ງໄດ້ ຈົ່ງມີຄວາມເມດ ຕາກະລຸນາ ອົດທົນອົດກັ້ນ ຄໍານຶງເຖິງຄວາມຮູ້ສຶກຂອງອີກຝ່າຍໜຶ່ງ ແລະສຸພາບອ່ອນ ໂຍນຕໍ່ກັນ ໂດຍພຣະຄຸນຂອງພຣະເຈົ້າ ທ່ານຍ່ອມຈະປະສົບຜົນສໍາເລັດໃນການສ້າງ ຄວາມສຸກໃຫ້ແກ່ກັນແລະກັນຕາມຄໍາປະຕິຍານໃນພິທີແຕ່ງດອງທີ່ທ່ານໄດ້ສັນຍາໃຫ້ ໄວ້ຕໍ່ກັນ {HM 361.5}ມແ 365.4

    Larger font
    Smaller font
    Copy
    Print
    Contents