Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ການສຶກສາໃນຊ່ວງຊີວິດນິລັນດອນ

    ວຽກງານທີ່ເຮົາເຮັດໃນລະຫວ່າງທີ່ມີຊີວິດຢູ່ໃນໂລກນີ້ ເປັນການກະກຽມໄວ້ສຳ ຫຼັບຊີວິດນິລັນດອນການສຶກສາທີ່ເລີ່ມຕົ້ນໃນໂລກນີ້ຈະຍັງບໍ່ສຳເລັດໃນຊົ່ວຊີວິດນີ້ແຕ່ ຈະດຳເນີນໄແຕະຫຼອດຊົ່ວນິລັນດອນກ້າວໜ້າຕໍ່ໄປຢ່າງບໍ່ມີມື້ສິ້ນສຸດເຮົາຈະເຂົ້າໃຈເຖິງ ພຣະປັນຍາແລະຄວາມຮັກຂອງພຣະເຈົ້າ ທີ່ຢູ່ໃນແຜນການແຫ່ງການຊົງໄຖ່ຂອງ ພຣະອົງຢ່າງເລິກເຊິ່ງຫຼາຍຂຶ້ນ ໃນຂະນະທີ່ພຣະຜູ້ຊ່ວຍໃຫ້ລອດຊົງນຳເຫຼົ່າບຸດຂອງ ພຣະອົງໄປຍັງບໍ່ນໍ້າແຫ່ງຊີວິດ ພຣະອົງປະທານຄວາມຮູ້ນັບປະການມື້ແລ້ວມື້ເລົ່າ ພຣະຫັດຖະກິດອັນໜ້າອັດສະຈັນຂອງພຣະເຈົ້າອັນເປັນຫຼັກຖານທີ່ສະແດງໃຫ້ເຫັນ ເຖິງລິດອຳນາດໃນການຊົງສ້າງ ແລະການຄໍ້າຈູນຈັກກະວານຂອງພຣະອົງຈະເປີດເຜີຍ ແກ່ສະຕິປັນຍາໃຫ້ປະຈັກເຖິງຄວາມງົດງາມໃໝ່ໆ ພາຍໃຕ້ແສງສະຫວ່າງທີ່ສ່ອງສາຍ ມາຈາກບັນລັງຂອງພຣະເຈົ້າ ຄວາມລຶກລັບຕ່າງໆທີ່ລຽບງ່າຍບໍ່ສະຫຼັບຊັບຊ້ອນທີ່ບໍ່ເຄີຍ ຮູ້ມາກ່ອນ {MH 466.2}ມແ 487.3

    ບັດນີ້ເຮົາເຫັນສະຫຼົວໆ ເໝືອນເບິ່ງໃນແວ່ນ ແຕ່ເວລານັ້ນຈະໄດ້ເຫັນພຣະພັກ ຊັດເຈນແຕ່ດຽວນີ້ຄວາມຮູ້ຂອງເຮົາບໍ່ສົມບູນເວລານັ້ນເຮົາຈະຮູ້ແຈ້ງເໝືອນດັ່ງທີ່ພຣະອົງຊົງ ຮູ້ຈັກເຮົາ {MH 466.3}ມແ 488.1

    *****