Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ພຣະເຂົ້າຜູ້ຊົງເປັນທີ່ປຶກສາ

    ເມື່ອຕົກຢູ່ໃນຄວາມຍາກລຳບາກ ຫຼາຍຄົນຄິດວ່າ ເຂົາທັງຫຼາຍຕ້ອງຂໍຮ້ອງຕໍ່ ເພື່ອນຮ່ວມໂລກລະບາຍເລື່ອງຫຍຸ້ງຍາກເດືອດຮ້ອນໃຈແລະຂໍຄວາມຊ່ວຍເຫຼືອ ພາຍ ໃຕ້ສະຖານະການທີ່ຍາກລຳບາກເຫຼົ່ານີ່ ຄວາມສົງໄສຈະເກີດຂຶ້ນພາຍໃນຈິດໃຈແລະ ເບິ່ງຄືວ່າຫົນທາງນັ້ນຊ່າງເບິ່ງມືດມົນ ແລະຕະຫຼອດເວລາ ອົງທີ່ປຶກສາຜູ້ຊົງມະຫິດມິລິດ ຕະຫຼອດທຸກຍຸກປະທັບຢູ່ຄຽງຂ້າງເຂົາທັງຫຼາຍ ພຣະອົງຊົງເຊື້ອເຊີນໃຫ້ຄົນເຫຼົ່ານີ້ວາງ ໃຈໃນພຣະອົງ ພຣະເຢຊູຜູ້ຊົງແບກພາລະແທນເຮົາ ຊົງກຳລັງຕັດວ່າ “ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫຼາຍຫາຍເມື່ອຍເປັນສຸກ” ເຮົາຈະຫັນຈາກພຣະອົງໄປຫາ ເພື່ອນມະນຸດດ້ວຍກັນທີ່ຫາຄວາມແນ່ນອນອັນໃດບໍ່ໄດ້ ຊຶ່ງຕ້ອງເພິ່ງພາອາໃສໃນພຣະເຈົ້າ ເຊັ່ນດຽວກັບເຮົານັ້ນບໍ່ {MH 512.3}ມແ 540.2

    ທ່ານອາດຈະຮູ້ສຶກເຖິງຄວາມບົກພ່ອງໃນອຸປະນິໄສຂອງທ່ານ ແລະຄວາມສາມາດ ນ້ອຍ ເມື່ອທຽບກັບງານອັນຍິ່ງໃຫຍ່ທີ່ຕ້ອງເຮັດ ແຕ່ຖ້າຫາກທ່ານມີສະຕິປັນຍາດີເລີດສູງ ສຸດເທົ່າທີ່ຊົງໂປດປະທານແກ່ມະນຸດ ກໍຍັງບໍ່ພຽງພໍສຳລັບວຽກງານຂອງທ່ານ ອົງພຣະ ຜູ້ເປັນເຈົ້າຊົງເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາຕັດວ່າ “ຖ້າແຍກຈາກເຮົາແລ້ວທ່ານຈະ ເຮັດສິ່ງໃດບໍ່ໄດ້ເລີຍ” ໂຢຮັນ 15:5 ຜົນແຫ່ງການເຮັດທັງຫຼາຍຂອງເຮົາຢູ່ໃນພຣະ ຫັດຂອງພຣະເຈົ້າບໍ່ວ່າຈະມີອັນໃດເກີດຂຶ້ນ ຈົ່ງຝາກຄວາໃໝັ້ນໃຈຂອງເຮົາຢ່າງໝັ້ນຄົງ ແລະອົດທົນໄວ້ກັບພຣະອົງ {MH 513.1}ມແ 540.3

    ໃນວົງທຸລກິດຂອງທ່ານ ໃນການສົງໄສກັບເພື່ອນຝູງໃນຍາມວ່າງ ແລະໃນການ ພົບປະກັບຄົນອື່ນໆໃນຊີວິດ ຈົ່ງອະທິຖານດ້ວຍຈິດໃຈທີ່ຮ້ອນຮົນແລະມີຄວາໃຖ່ອມ ຕົນໃຫ້ແກ່ຜູ້ອື່ນທີ່ທ່ານຄົບຫາສະມາຄົມດ້ວຍ ໂດຍການກະທຳເຊັ່ນນີ້ຍ່ອມເປັນສິ່ງທີ່ ສະແດງວ່າທ່ານຖະຫວາຍພຣະກຽດໃຫ້ແກ່ພຣະເຈົ້າ ແລະພຣະເຈົ້າຈະປະທານກຽດໃຫ້ ແກ່ທ່ານ ຈົ່ງອະທິຖານເມື່ອທ່ານຂາດຄວາມກ້າ ເມື່ອທ່ານຮູ້ສຶກທໍ້ແທ້ສິ້ນຫວັງ ຈົ່ງຢ່າ ບອກເລື່ອງລາວຂອງທ່ານໃຫ້ແກ່ມະນຸດຄົນໃດ ຢ່ານຳຄວາມທຸກຍາກຂອງທ່ານໄປເຮັດ ໃຫ້ຜູ້ອື່ນຕ້ອງເປັນທຸກໃຈໄປນຳ ແຕ່ຈົ່ງບອກທຸກສິ່ງທຸກຢ່າງຕໍ່ພະເຢຊູ ຈົ່ງຊູມືຂອງ ທ່ານຂໍຄວາມຊ່ວຍເຫຼືອຈາກພຣະອົງ ໃນຄວາມອ່ອນແອຂອງທ່ານຈົ່ງຍຶດໝັ້ນໃນພາລະ ກຳລັງຂອງພຣະເຈົ້າ ຈົ່ງທູນຂໍຄວາມຖ່ອມໃຈສະຕິປັນຍາ ຄວາມກ້າຫານແລະໃຫ້ທ່ານ ໄດ້ມີຄວາມເຕີບໂຕໃນຄວາມເຊື່ອ ເພື່ອທ່ານຈະແລເຫັນແສງສະຫວ່າງທີ່ມີໃນພຣະເຈົ້າ ແລະຈະໄດ້ຊື່ນຊົມຍິນດີໃນຄວາມຮັກຂອງພະອົງ {MH 513.2}ມແ 541.1