Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First
    Larger font
    Smaller font
    Copy
    Print
    Contents

    ຄໍານໍາ

    ຄວາມລໍ້າໜ້າທາງວິທະຍາການໃນສັດຕະວັດທີ 21 ໄດ້ນໍາພາໂລກນີ້ໄປສູ່ສັງ ຄົມທີ່ຖືກສ້າງຈາກຄວາມເປັນອິສະລະພາບແລະການປະຕິວັດໃນດ້ານຄວາມຄິດ ແຕ່ ໃນອີກດ້ານໜຶ່ງກໍຍັງຕົກຢູ່ພາຍໃຕ້ເງົາແຫ່ງຄວາມທຸກລະທົມ.ມແ xi.1

    ມະນຸດຕ່າງກໍາລັງຜະເຊີນໜ້າກັບຄວາມເຈັບປ່ວຍແລະໂຣກໄພທີ່ເບິ່ງຄືວ່າຈະ ພັດທະນາລໍ້າໜ້າໄປຢ່າງບໍ່ຢຸດຢັ້ງ ຄົນນັ້ບລ້ານໆຄົນຕ້ອງລົ້ມປ່ວຍແລະຕາຍໄປ ມີຄວາມ ເຈັບປ່ວຍທໍລະມານໃນທົ່ວທຸກຫົນແຫ່ງເຫັນໄດ້ທັງໃນເດັກຄົນໜຸ່ມສາວແລະຄົນສູງໄວ ໃນທົ່ວທຸກມຸມໂລກມີສຽງຮ້ອງທີ່ດັງຂຶ້ນວ່າ “ໂປດຊ່ວຍຂ້າໃຫ້ພົ້ນຈາກຄວາມທຸກທໍລະ ມານນີ້ດ້ວຍເຖີດ!” .ມແ xi.2

    ບໍ່ແມ່ນພຣະປະສົງຂອງອົງສູງສຸດທີ່ສ້າງໂລກນີ້ແລະມະນຸດຂຶ້ນມາ ທີ່ຈະໃຫ້ ມວນມະນຸດຕ້ອງເຈັບປວດທໍລະມານດ້ວຍໂຣກໄພ ຫຼືມີຊີວິດທີ່ຖືກບັ່ນທອນກໍາລັງທີ່ ຕ້ອງເສື່ອມຖອຍ ຫຼືມີຄວາມເຈັບປ່ວຍພາຍໃນຈິດໃຈແລະຈິດວິນຍານ ອັນທີ່ຈິງແລ້ວ ມີ ທາງແກ້ແລະທາງອອກສໍາລັບມະນຸດທຸກຄົນດ້ວຍ “ກົດແຫ່ງທໍາມະຊາດ” ຂອງພຣະ ອົງທີ່ຄອຍ ຄຸ້ມຄອງແລະຜະຍຸງໄວ້ຊຶ່ງຄວາມຜາສຸກຂອງມວນມະນຸດ ເມື່ອກົດນີ້ໄດ້ຖືກ ລ່ວງລະເມີດ ຄວາມບາບຈຶ່ງໄດ້ແຜ່ເຂົ້າມາຍັງໂລກອັນສວຍງາມແຫ່ງນີ້ ມະນຸດໄດ້ຫຼົງ ລືມແພດຜູ້ຍິ່ງໃຫຍ່ທີ່ສຸດຕະຫຼອດການ ພຣະອົງຜູ້ຊົງມີພຣະຫັດແລະພຣະໂອດອັນອັດ ສະຈັນເພື່ອຢຽວຢາຮັກສາມະນຸດໃຫ້ຫາຍຈາກໂຣກໄພແລະຄວາມຕາຍອັນໜ້າເວດທະນາ.ມແ xi.3

    ການທີ່ຈະເຂົ້າໃຈເຖິງກົດແຫ່ງທໍາມະຊາດທີ່ຄອຍຄວບຄຸມຮ່າງກາຍ ຈິດໃຈ ແລະຊ່ວຍປະສານຊີວິດນີ້ເປັນກຸນແຈໄຂສູ່ຄວາມລັບທີ່ຈະຊ່ວຍນໍາມະນຸດໄປສູ່ແສງສະ ຫວ່າງ ສູ່ຄວາມສຸກທີ່ປາຖະໜາ ຮອຍຍິ້ມທີ່ປາກົດຢູ່ເທິງໃບໜ້າຂອງສະມາຊິກໃນຄອບ ຄົວ ສັນຕິສຸກໃນຊີວິດ ແລະພະລັງຊີວິດທີ່ຈະສັນສ້າງສິ່ງດີງາມຢ່າງທີ່ບໍ່ມີທີ່ສິ້ນສຸດໃຫ້ ແກ່ໂລກ.ມແ xi.4

    ເມື່ອເກີດຄວາມເຈັບປ່ວຍຂຶ້ນ ມະນຸດມີຄວາມຈໍາເປັນຈະຕ້ອງສະແຫວງຫາ ຫົນທາງທີ່ຈະບໍາບັດຮັກສາ ທໍາມະຊາດມີພະລັງອັນເລິກລັບແລະມີພະລັງຊີວິດຢ່າງທີ່ ມະນຸດອາດບໍ່ເຄີຍຄາດຄິດມາກ່ອນ ອັນຈະຊ່ວຍເສີມສ້າງຮ່າງກາຍແລະນໍາສຸຂະພາບທີ່ ດີໃຫ້ກັບຄືນມາ ພ້ອມກັນນີ້ ເມື່ອມະນຸດໄດ້ເລີ່ມຄົ້ນຫາ ເຂົາກໍຈະໄດ້ພົບກັບຄວາມຮູ້ທີ່ ເໜືອຍິ່ງກວ່າສາລະພັດຄວາມຮູ້ທີ່ເຄີຍພົບມາ ນັ້ນຄື ຄວາມຮູ້ກ່ຽວກັບອົງຜູ້ສູງສຸດ ຊຶ່ງ ຈະນໍາໃຫ້ມະນຸດໄດ້ມີຄວາມສໍາພັນແລະເປັນມິດສະຫາຍກັບແພດຜູ້ຍິ່ງໃຫຍ່ທີ່ສຸດຕະ ຫຼອດການ ແລະເມື່ອນັ້ນມະນຸດຍ່ອມຈະໝັ້ນໃຈເຖິງຄວາມຜາສຸກ ຄວາມຍິນດີ ແລະ ສັນຕິສຸກ ທີ່ມະນຸດບໍ່ຈໍາເປັນຈະຕ້ອງດິ້ນຮົນຕໍ່ສູ້ເພື່ອທີ່ຈະໄດ້ມາແລະເອົາຊະນະເໜືອ ໂຣກໄພອີກຕໍ່ໄປ.ມແ xi.5

    ໜັງສື ມະຫັດສະຈັນແຫ່ງການຮັກສາ ແນວທາງການບໍາບັດຮັກສາໂຣກ ຂອງນາຍແພດຜູ້ຍິ່ງໃຫຍ່ທີ່ສຸດຕະຫຼອດການ (The Ministry of Healing ເດິ ມີນິສ ທຣີ ອອບ ຮີນລິ່ງ) ໄດ້ນໍາຄວາມຈິງ ຄວາມຮູ້ ແລະຄວາມເລິກລັບຂອງພະລັງແຫ່ງທໍາ ມະຊາດ ແລະຈາກອົງຜູ້ສູງສຸດໃນຖານະນາຍແພດຜູ້ຍິ່ງໃຫຍ່ທີ່ສຸດຕະຫຼອດການມາຍັງ ສະນຸດທຸກຄົນ ມາສູ່ບິດາມານ ແພດ ແລະບຸກຄົນທຸກຄົນທີ່ມີໜ້າທີ່ຕໍ່ສູ້ແລະເອົາຊະນະ ໂຣກໄພໄຂ້ເຈັບຂອງມະນຸດ ໜັງສື ມະຫັດສະຈັນແຫ່ງການຮັກສາ ໄດ້ຖ່າຍ ທອດສິ່ງທີ່ຫຼາຍຄົນປາຖະໜາໃຫ້ກັບຜູ້ທີ່ຕ້ອງການສະແຫວງຫາຄວາມຈິງ ແລະໃຫ້ ຄວາມຫວັງແກ່ຜູ້ທີ່ກໍາລັງເຈັບປ່ວຍທໍລະມານ ແລະຜູ້ທີ່ມີຈິດໃຈອິດເມື່ອຍອ່ອນລະ ອາກັບຊີວິດທີ່ຕ້ອງແບກຮັບພາລະອັນໜັກນ່ວງ ຮ່ວມທັງຜູ້ທີ່ກໍາລັງຕໍ່ສູ້ກັບໂລກໄພທີ່ ກໍາລັງຄຸກຄາມຜູ້ທີ່ເຂົາຮັກແລະຫ່ວງໃຍ.ມແ xii.1

    ນາງເອເລນ ຈີ ໄວທ໌ (ຄ.ສ 1827-1915) ເປັນນັກຂຽນສະຕຣີຊາວອະເມລິ ກາທີ່ມີຜົນງານຖືກແປເປັນພາສາຕ່າງໆຫຼາຍທີ່ສຸດໃນໂລກ ທ່ານເປັນຜູ້ຊ່ຽວຊາຍ ແລະມີ ປະສົບການຈິງໃນກິດຈະການດ້ານການບໍາບັດຮັກສາຄວາມເຈັບປ່ວຍ ອັນເນື່ອງມາຈາກ ຮ່າງກາຍທີ່ບົກຜ່ອງແລະຈິດວິນຍານທີ່ອ່ອນແອ.ມແ xii.2

    ເຮົາມຸ້ງຫວັງທີ່ຈະໃຫ້ທຸກທ່ານມີສຸຂະພາບທີ່ດີທັງທາງຝ່າຍກາຍ, ໃຈ ແລະຈິດ ວິນຍານຈຶ່ງເປັນທີ່ມີຂອງການນໍາໜັງສືອັນຊົງຄຸນຄ່ານີ້ມາຝາກໄວ້ໃຫ້ກັບທ່ານ.ມແ xii.3

    Larger font
    Smaller font
    Copy
    Print
    Contents