Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ທໍາມະຊາດບໍາບັດ

    ອາກາດບໍລິສຸດ ແສງແດດ ການຮູ້ຈັກປະມານຕົນ ການພັກຜ່ອນ ການອອກກໍາລັງ ກາຍ ອາຫານທີ່ເໝາະສົມ ການໃຊ້ນໍ້າແລະການໄວ້ວາງໃຈໃນລິດອໍານາດຂອງພຣະເຈົ້າ ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນວິທີການທີ່ໃຊ້ໃນການບໍາບັດຮັກສາໂຣກຢ່າງແທ້ຈິງ ທຸກ ຄົນຄວນມີຄວາມຮູ້ສືກກ່ຽວກັບທໍາມະຊາດບໍາບັດແລະວິທີການໃຊ້ເຮົາມີຄວາມຈໍາເປັນ ທີ່ຈະຕ້ອງມີຄວາມເຂົ້າໃຈໃນຫຼັກການທີ່ກ່ຽວກັບກາຍຢຽວຢາຮັກສາຄົນທີ່ເຈັບປ່ວຍ ແລະໄດ້ຮັບການຝຶກຝົນທາງດ້ານປະຕິບັດເພື່ອຈະສາມາດນໍາຄວາມຮູ້ໄປໃຊ້ໃຫ້ເກີດປະ ໂຫຍດໄດ້ຢ່າງຖືກຕ້ອງ {HM 127.2}ມແ 108.1

    ການໃຊ້ທໍາມະຊາດບໍາບັດຕ້ອງການການເອົາໃຈໃສ່ດູແລແລະຄວາມພາກພຽນ ພະຍາຍາມຊຶ່ງຫຼາຍຄົນບໍ່ເຕັມໃຈທີ່ຈະເຮັດ ຂະບວນການຂອງການຮັກສາຕາມທໍາມະ ຊາດແລະການເສີມສ້າງສ້ອມແຊມນັ້ນເປັນວິທີການທີ່ຄ່ອຍເປັນຄ່ອຍໄປ ແລະສໍາລັບຜູ້ ທີ່ຂາດຄວາມອົດທົນນັ້ນຈຶ່ງເບິ່ງຄືວ່າເປັນວິທີດານທີ່ແສນຊັກຊ້າ ການປະຖິ້ມນິໄສທີ່ບໍ່ ດີທີ່ມັກເຮັດອັນໃດຕາມໃຈຕົນເອງນັ້ນ ຍ່ອມຕ້ອງການຄວາມເສຍສະຫຼະ ແຕ່ໃນທີ່ສຸດ ແລ້ວກໍຈະເຫັນວ່າທໍາມະຊາດຫາກບໍ່ຖືກກໍາຈັດຂັດຂວາງກໍຈະດໍາເນີນງານໄດ້ຢ່າງສະ ຫຼາດແລະລົງຕົວ ຄົນທັງຫຼາຍທີ່ມີຄວາມອົດທົນປະພຶດຕາມກົດຂອງທໍາມະຊາດກໍຈະ ໄດ້ເກັບກ່ຽວຜົນຕອບແທນອັນລໍ້າຄ່າໃນຮູບຂອງສຸຂະພາບທີ່ດີຂອງຮ່າງກາຍແລະຈິດໃຈ {HM 127.3}ມແ 108.2

    ໂດຍທົ່ວໄປແລ້ວຄົນເຮົາມັກຈະໃຫ້ຄວາມສົນໃຈຕໍ່ການດູແລຮັກສາສຸຂະພາບ ກັນໜ້ອຍເກີນໄປ ການປ້ອງກັນໂລກຍ່ອມດີກວ່າການຮູ້ວິທີການບໍາບັດຮັກສາໂຣກ ເມື່ອມັນເກີດຂຶ້ນແລ້ວເພື່ອປະໂຫຍດຕໍ່ຕົນເອງແລະເພື່ອປະໂຫຍດຕໍ່ມະນຸດທຸກຄົນ ລ້ວນມີໜ້າທີ່ຕ້ອງສະແຫວງ ຫາຄວາມຮູ້ອັນກ່ຽວກັບກົດເກນຕ່າງໆຂອງຊີວິດແລະປະ ຕິບັດຕາມຢ່າງມີສະຕິ ທຸກຄົນຈໍາເປັນຕ້ອງຮູ້ຈັກຄຸ້ນເຄີຍເຖິງລະບົບຂອງສິ່ງມີຊີວິດ ທີ່ມີຄວາມມະຫັດສະຈັນຫຼາຍທີ່ສຸດ ຊຶ່ງກໍຄືຮ່າງກາຍຂອງມະນຸດ ທຸກຄົນຄວນເຂົ້າໃຈ ເຖິງການເຮັດວຽກຂອງອະໄວຍະວະຕ່າງໆ ແລະການເພິ່ງພາອາໄສຊຶ່ງກັນແລະກັນເພື່ອ ການເຮັດວຽກຢ່າງແຂງແຮງຂອງອະໄວຍະວະທັງໝົດ ທຸກຄົນຄວນສຶກສາເຖິງອິດທິພົນ ຂອງຈິດໃຈທີ່ມີຕໍ່ຮ່າງກາຍແລະຂອງຮ່າງກາຍທີ່ມີຕໍ່ຈິດໃຈ ຮວມທັງກົດເກນຕ່າງໆທີ່ ຄອຍຄວບຄຸມການເຮັດວຽກຂອງທັງສອງສິ່ງ {HM 128.1}ມແ 108.3