Loading...
Larger font
Smaller font
Copy
Print
Contents

ມະຫັດສະຈັນ ແຫ່ງການຮັກສາ

 - Contents
  • Results
  • Related
  • Featured
No results found for: "".
  • Weighted Relevancy
  • Content Sequence
  • Relevancy
  • Earliest First
  • Latest First

    ບົດທີ 19 ຄວາມສໍາພັນທີ່ໃກ້ຊິດ ກັບທໍາມະຊາດ

    ພຣະເຈົ້າຜູ້ຊົງສ້າງໄດ້ຊົງເລືອກສະພາບແວດລ້ອມທີ່ເໝາະສົມທີ່ສຸດສໍາລັບສຸຂະ ພາບແລະຄວາມສຸກສໍາລານໃຫ້ແກ່ພໍ່ແມ່ຄູ່ທໍາອິດຂອງເຮົາ ພຣະອົງບໍ່ໄດ້ຊົງນໍາອາດາມ ແລະເອວາເຂົ້າອາໄສຢູ່ໃນລາຊະວັງຫຼືອ້ອມລ້ອມພວກເຂົາດ້ວຍຂອງປະດັບຈໍາລອງແລະ ຟຸ່ມເຟືອຍທີ່ຄົນຫຼວງຫຼາຍໃນທຸກມື້ນີ້ຕ່າງພາກັນດິ້ນລົນໄຝ່ຫາເພື່ອຈະໄດ້ມາ ພຣະອົງຊົງ ໂປດໃຫ້ເຂົາທັງສອງອາໄສຢູ່ໃກ້ຊິດກັບທໍາມະຊາດແລະຊົງໂປດໃຫ້ພວກເຂົາມີຄວາມ ສໍາພັນໃກ້ຊິດກັບບັນດາຜູ້ທີ່ບໍລິສຸດຊອບທໍາແຫ່ງສະຫວັນ {MH 261.1}ມແ 263.1

    ໃນອຸທິຍານທີ່ພຣະເຈົ້າໄດ້ຊົງຈັດຕຽມໄວ້ສໍາລັບເປັນບ້ານໃຫ້ແກ່ເຫຼົ່າບຸດຂອງ ພຣະອົງນັ້ນ ມີຊຸມພຸ່ມໄມ້ອັນງາມວິຈິດທີ່ຜະລິດດອກຢ່າງປານີດບັນຈົງເປັນທີ່ຈະເລີນ ຕາຈະເລີນໃຈແກ່ຜູ້ທີ່ໄດ້ພົບເຫັນ ມີພຶກສານານາພັນທີ່ອອກດອກອອກຜົນສົ່ງກິ່ນຫອມ ແລະມີລົດຊາດແຊບຊວນກິນ ເທິງກິ່ງກ້ານຕົ້ນໄມ້ນັ້ນ ໝູ່ນົກຕ່າງຂັບຂານບົດເພງຖະ ຫວາຍສັນລະເສີນພຣະເຈົ້າ ພາຍໃຕ້ຮົ່ມຂອງໄມ້ນັ້ນ ບັນດາສັດທີ່ມີຢູ່ໃນແຜ່ນດິນໂລກ ຕ່າງແລ່ນເຫຼັ້ນຢອກກັນຢ່າງສະໜຸກສະໜານໂດຍບໍ່ໄດ້ມີຄວາມຢ້ານກົວແຕ່ຢ່າງໃດ {MH 261.2}ມແ 263.2

    ອາດາມແລະເອວາຜູ້ບໍລິສຸດປາສະຈາກມົນທິນບາບ ມີຄວາມຊື່ນຊົມຍິນດີທີ່ໄດ້ ເຫັນພາບອັນສວຍງາມແລະສຽງອັນມ່ວນຫູຂອງອຸດທະຍານແຫ່ງເອເດນ ພຣະເຈົ້າໄດ້ ມອບໝາຍງານໃຫ້ຄົນທັງສອງເຮັດ ໃຫ້ເຮັດແລະຮັກສາສວນປະຖົມມະການ 2:15 ການທີ່ໄດ້ເຮັດວຽກໃນອຸດທະຍານທຸກໆມື້ເຮັດໃຫ້ອາດາມແລະເອວາມີສຸຂະພາບທີ່ສົມ ບູນແລະມີຄວາມສຸກທີ່ເຕັມລົ້ນ ແລະຄູ່ຜົວເມຍຕ່າງຕ້ອນຮັບການສະເດັດມາຢ້ຽມຢາມ ຂອງພຣະຜູ້ສ້າງດ້ວຍຄວາມຊື່ນຊົມຍິນດີ ພຣະອົງສະເດັດດໍາເນີນແລະສົນທະນາກັບ ພວກເຂົາໃນຍາມຄ້ອຍແລງ ພຣະເຈົ້າຊົງສັ່ງສອນບົດຮຽນຂອງພຣະອົງໃຫ້ແກ່ພວກເຂົາ ທຸກມື້ {MH 261.3}ມແ 264.1

    ແຜນການໃນຊີວິດທີ່ພຣະເຈົ້າຊົງກໍານົດໃຫ້ແກ່ພໍ່ແມ່ຄູ່ທໍາອິດຂອງເຮົາມີບົດຮຽນ ຢ່າງຫຼວງຫຼາຍສໍາລັບເຮົາທັງຫຼາຍ ແມ່ນວ່າຄວາມຜິດບາບໄດ້ທອດເງົາແຫ່ງຄວາມມືດປົກ ຫຸ້ມແຜ່ນດິນໂລກນີ້ໄວ້ກໍຕາມ ພຣະເຈົ້າຍັງຊົງປາຖະໜາໃຫ້ບຸດທັງຫຼາຍຂອງພຣະອົງມີ ຄວາມຊື່ນຊົມຍິນດີໃນຊັບພະສິ່ງອັນເປັນພຣະຫັດທະກິດຂອງພຣະອົງ ຖ້າເຮົາຮູ້ຈັກຕິດ ຕາມແຜນການແຫ່ງຊີວິດຂອງພຣະອົງຢ່າງໃກ້ຊິດຫຼາຍເທົ່າໃດ ພຣະອົງກໍຈະຊົງຟື້ນຟູ ມະນຸດຊາດໃຫ້ພົ້ນຈາກຄວາມທຸກຍາກໄດ້ຢ່າງໜ້າອັດສະຈັນຫຼາຍຂຶ້ນເທົ່ານັ້ນ ເຮົາຄວນ ຈັດໃຫ້ຜູ້ປ່ວຍໄດ້ຢູ່ທ່າມກາງສິ່ງແວດລ້ອມທີ່ໃກ້ຊິດກັບທໍາມະຊາດ ຊີວິດທີ່ຢູ່ນອກບ້ານ ທ່າມກາງສິ່ງແວດລ້ອມຕາມທໍາມະຊາດສາມາດຟື້ນຟູຄົນໄຂ້ຢ່າງຫຼວງຫຼາຍທີ່ໝົດຫົນ ທາງແລະສິ້ນຫວັງໄດ້ຢ່າງໜ້າອັດສະຈັນ {MH 261.4}ມແ 264.2

    ສຽງອຶກຄະທຶກຄຶກໂຄມ ຄວາມຕື່ນເຕັ້ນແລະຄວາມສັບສົນວຸ່ນວາຍໃນເມືອງ ຊີ ວິດທີ່ຕ້ອງຮີບຮ້ອນກັບການງານແລະຢູ່ກັບພາບລວງຕາ ເປັນສິ່ງທີ່ໜ້າເບື່ອໜ່າຍແລະ ເຮັດໃຫ້ຄົນໄຂ້ຕ້ອງອ່ອນເພຍໝົດແຮງ ອາກາດທີ່ເຕັມໄປດ້ວຍຝຸ່ນຄວັນ ກາດສ໌ພິດ ແລະເຊື້ອໂລກທີ່ເປັນອັນຕະລາຍຕໍ່ຊີວິດ ຄົນປ່ວຍທີ່ຕ້ອງໃຊ້ຊີວິດສ່ວນໃຫຍ່ຢູ່ພາຍໃນ ຫ້ອງສີ່ຫຼ່ຽມທີ່ມີຝາພະໜັງກັ້ນ ຈົນເກືອບເຮັດໃຫ້ຮູ້ສຶກຄືວ່າຕົວເອງຕົກເປັນນັກໂທດທີ່ ຖືກຈອງຈໍາຢູ່ໃນຫ້ອງ ພວກເຂົາເບິ່ງອອກໄປກໍເຫັນແຕ່ບ້ານເຮືອນທາງຍ່າງແລະຝູງຊົນ ທີ່ຍ່າງສວນໄປມາຢ່າງຮີບຮ້ອນ ຈົນບາງຄັ້ງເກືອບຈະບໍ່ມີໂອກາດໄດ້ເຫັນທ້ອງຟ້າສີຂຽວ ຫຼືແສງແດດບໍ່ມີໂອກາດໄດ້ເຫັນຕົ້ນໄມ້ໃບຫຍ້າຫຼືດອກໄມ້ ເມື່ອຕ້ອງຖືກກັກຂັງຢູ່ເຊັ່ນນີ້ ພວກເຂົາຈະລໍາພຶງລໍາພັນເຖິງຄວາມເຈັບປ່ວຍແລະຄວາມໂສກເສົ້າຂອງຕົນເອງຈົນກາຍ ເປັນເຫຍື່ອຂອງຄວາມຄິດເສົ້າໝອງຂອງພວກເຂົາເອງ {MH 262.1}ມແ 264.3

    ສໍາລັບຄົນທັງຫຼາຍທີ່ມີອໍານາດຝ່າຍສິນທໍາທີ່ອ່ອນແອ ຊີວິດໃນເມືອງເຕັມໄປ ດ້ວຍໄພອັນຕະລາຍ ຜູ້ປ່ວຍທີ່ຕ້ອງເອົາຊະນະຄວາມຍາກທີ່ຜິດທໍາມະຊາດຈຶ່ງງ່າຍຕໍ່ ການຖືກທົດລອງ ພວກເຂົາຈໍາເປັນຕ້ອງໄປຢູ່ທ່າມກາງສະພາບແວດລ້ອມໃໝ່ເພື່ອໃຫ້ ຄວາມຄິດຂອງພວກເຂົາໄດ້ຮັບການປ່ຽນແປງໃໝ່ ພວກເຂົາຈຶ່ງຕ້ອງຢູ່ພາຍໃຕ້ອິດທິພົນ ທີ່ແຕກຕ່າງຢ່າງສິ້ນເຊີງຈາກສະພາບທີ່ທໍາລາຍຊີວິດຂອງພວກເຂົາ ໃຫ້ແຍກພວກເຂົາ ອອກມາຈາກອິດທິພົນເຫຼົ່ານັ້ນ ທີ່ນໍາພວກເຂົາໃຫ້ເຫີນຫ່າງຈາກພຣະເຈົ້າໄປຍັງບັນຍາ ກາດທີ່ບໍລິສຸດກວ່າໄລຍະໜຶ່ງ {MH 263.1}ມແ 265.1

    ສະຖານທິ່ສໍາລັບຮັກສາພະຍາບານຄົນປ່ວຍໄຂ້ແຕ່ຫາກຕັ້ງຢູ່ໃນທີ່ໆຫ່າງໄກຈາກ ເມືອງໃຫຍ່ຈະສໍາເລັດຜົນຫຼາຍກວ່າ ແລະເທົ່າທີ່ຈະເຮັດໄດ້ ຜູ້ປ່ວຍທັງຫຼາຍທີ່ຕ້ອງການ ຟື້ນຟູສຸຂະພາບຄວນອອກໄປພັກຜ່ອນທ່າມກາງສິ່ງແວດລ້ອມຂອງຊົນນະບົດເພື່ອຮັບ ປະໂຫຍດຈາກການໃຊ້ຊີວິດກາງແຈ້ງ ທໍາມະຊາດເປັນດັ່ງແພດຂອງພຣະເຈົ້າ ອາກາດ ບໍລິສຸດ ແສງແດດທີ່ໜ້າຍິນດີ ດອກໄມ້ແລະຕົ້ນໄມ້ ສວນໝາກໄມ້ແລະໄຮ່ອາງຸ່ນແລະ ການອອກກໍາລັງກາຍກາງແຈ້ງທ່າມກາງສະພາບແວດລ້ອມເຫຼົ່ານີ້ ລ້ວນເປັນບໍ່ເກີດຂອງ ສຸຂະພາບທີ່ຟື້ນຟູແລະຊີວິດທີ່ຊື່ນບານ {MH 263.2}ມແ 265.2

    ແພດແລະພະຍາບານທັງຫຼາຍຄວນສົ່ງເສີມໃຫ້ຜູ້ປ່ວຍຂອງພວກເຂົາມີໂອກາດຢູ່ ນອກຫ້ອງຜູ້ປ່ວຍໃຫ້ຫຼາຍ ການໃຊ້ຊີວິດກາງແຈ້ງເປັນການບໍາບັດຮັກສາວິທີດຽວທີ່ຜູ້ ປ່ວຍຫຼວງຫຼາຍຕ້ອງການ ຢາແບບນີ້ມີພະລັງອໍານາດອັນໜ້າອັດສະຈັນໃນການຮັກສາ ໂຣກໄພຊຶ່ງເກີດຈາກຄວາມຕື່ນເຕັ້ນແລະການໃຊ້ຊີວິດຕາມຢ່າງສະໄໝນິຍົມທີ່ຫຼາຍເກີນ ໄປ ຊີວິດເຊັ່ນນີ້ບັນທອນແລະທໍາລາຍກໍາລັງເຫື່ອແຮງຂອງຮ່າງກາຍ ຈິດໃຈແລະຈິດວິນ ຍານ {MH 264.1}ມແ 265.3

    ຜູ້ປ່ວຍທີ່ເບື່ອໜ່າຍກັບຊີວິດໃນເມືອງທີ່ມີແສງສີເຈີດຈ້າແລະສຽງອຶກຄະທຶກຄຶກ ໂຄມຕາມຖະໜົນຫົນທາງ ຈະຮູ້ສຶກຊື່ນຊົມຍິນດີພຽງໃດເມື່ອໄດ້ໄປຢູ່ທ່າມກາງຄວາມ ງຽບສະຫງົບແລະອິດສະຫຼະພາບຂອງຊົນນະບົດ ພວກເຂົາຈະມີຄວາມກະຫາຍພຽງໃດ ທີ່ຈະໄດ້ເຫັນທັດສະນິຍະພາບທີ່ງົດງາມຂອງທໍາມະຊາດ ພວກເຂົາຈະຮູ້ສຶກປາບປື້ມ ຍິນດີພຽງໃດທີ່ໄດ້ນັ່ງລົງໃນກາງແຈ້ງ ຊື່ນຊົມກັບແສງແດດແລະຫາຍໃຈສູດເອົາກິ່ນ ຫອມຂອງບຸບຜາຊາດແລະພືດພັນນານາ ກິ່ນຫອມຈາກຢາງຂອງຕົ້ນສົນສີດາແລະໄມ້ ສົນເຟີຮ່ວມທັງພັນໄມ້ອີກນານາຊະນິດຕ່າງມີສັບພະຄຸນໃນການຟື້ນຟູສຸຂະພາບ {MH 264.2}ມແ 265.4

    ສໍາລັບຜູ້ປ່ວຍເຮື້ອຮັງນັ້ນ ບໍ່ມີວິທີການຟື້ນຟູສຸຂະພາບແລະຄວາມສຸກດີເທົ່າກັບ ການໃຊ້ຊີວິດທ່າມກາງສະພາບແວດລ້ອມທີ່ສວຍງາມຂອງຊົນນະບົດ ໃນສະຖານທີ່ເຊັ່ນນີ້ ຜູ້ປ່ວຍທີ່ຊ່ວຍເຫຼືອຕົນເອງບໍ່ໄດ້ຫຼາຍທີ່ສຸດສາມາດນັ່ງຫຼິ້ນນອນຫຼິ້ນຮັບແສງແດດຫຼື ໃຕ້ຮົ່ມເງົາຂອງຕົ້ນໄມ້ໄດ້ ພຽງແຕ່ພວກເຂົາມືນຕາຂຶ້ນເບິ່ງ ພວກເຂົາກໍຈະເຫັນໃບໄມ້ ສີຂຽວສົດຊື່ນເຢັນຕາຢູ່ເບື້ອງເທິງ ເມື່ອໄດ້ຍິນສຽງສາຍລົມທີ່ພັດໄກວກິ່ງໄມ້ ພວກເຂົາ ຈະຮູ້ສຶກເຖິງຄວາມສະຫງົບຜ່ອນຄາຍແລະຄວາມສົດຊື່ນລື່ນເລີງໃຈຈິດໃຈທີ່ຫ່ຽວແຫ້ງ ກໍຈະມີຊີວິດຊີວາ ກໍາລັງທີ່ຫົດຖອຍກໍຈະໄດ້ຮັບການບໍາລຸງຟື້ນຟູຂຶ້ນມາໃໝ່ ຈິດໃຈກໍຈະ ໄດ້ຮັບຄວາມສະຫງົບສຸກໂດຍບໍ່ຮູ້ຕົວ ຊີບພະຈອນທີ່ເຕັ້ນໄວເພາະພິດໄຂ້ກໍຈະກັບມາ ເຕັ້ນເປັນປົກກະຕິເມື່ອຜູ້ປ່ວຍເລີ່ມແຂງແຮງ ຂຶ້ນ ພວກເຂົາກໍມີຄວາມກ້າພໍທີ່ຈະລອງ ຍ່າງອອກໄປເກັບດອກໄມ້ທີ່ງົດງາມໜ້າຮັກຊຶ່ງປຽບສະເໝືອນຜູ້ນໍາຂ່າວສານແຫ່ງຄວາມ ຮັກຂອງພຣະເຈົ້າມາຍັງຄອບຄົວມະນຸດທີ່ທົນທຸກທໍລະມານຢູ່ໃນໂລກເບື້ອງລຸ່ມນີ້ {MH 264.3}ມແ 266.1

    ເຮົາຄວນຕຽມວາງແຜນຢ່າງດີເພື່ອໃຫ້ຜູ້ປ່ວຍໄດ້ພັກຜ່ອນນອກອາຄານ ສໍາລັບ ຜູ້ປ່ວຍທີ່ສາມາດເຮັດພາລະກິດໄດ້ແນ່ ໃຫ້ຈັດຫາກິດຈະກໍາງ່າຍໆ ແລະເພີດເພີນແກ່ ພວກເຂົາ ອະທິບາຍໃຫ້ຜູ້ປ່ວຍເຂົ້າໃຈເຖິງຄຸນຄ່າແລະປະໂຫຍດຂອງກິດຈະກໍານອກ ອາຄານນີ້ວ່າເປັນຢ່າງໃດ ສົ່ງເສີມພວກເຂົາໃຫ້ສູດອາກາດບໍລິສຸດ ສອນພວກເຂົາໃຫ້ ຫາຍໃຈເລິກໆ ແລະໃຫ້ຮູ້ຈັກການໃຊ້ກ້າມເນື້ອໜ້າທອງເພື່ອຊ່ວຍໃນການຫາຍໃຈແລະ ການເວົ້າ ຄວາມຮູ້ເຊັ່ນນີ້ມີຄຸນຄ່າຫຼາຍຕໍ່ຜູ້ປ່ວຍທັງຫຼາຍ {MH 264.4}ມແ 266.2

    ການອອກກໍາລັງກາຍກາງແຈ້ງຄວນໄດ້ຮັບການບັນຈຸໄວ້ເປັນກົດຈໍາເປັນຂໍ້ໜຶ່ງ ໃນການເສີມສ້າງຊີວິດທີ່ແຂງແຮງ ສໍາລັບການອອກກໍາລັງກາຍເຊັ່ນນີ້ບໍ່ມີອັນໃດທີ່ຈະດີ ໄປກວ່າກິດຈະກໍາກ່ຽວກັບການເພາະປູກຈົ່ງໃຫ້ຜູ້ປ່ວຍດູແລຮັກສາສວນດອກໄມ້ຫຼືເຮັດ ວຽກໃນສວນໝາກໄມ້ຫຼືໃນແປງຜັກກໍໄດ້ ເມື່ອຄົນໄຂ້ໄດ້ຮັບການສະໜັບສະໜູນໃຫ້ ອອກຈາກຫ້ອງຜູ້ປ່ວຍແລະໃຊ້ເວລາໃນສະຖານທີ່ກາງແຈ້ງພາຍນອກ ດ້ວຍການພວນ ດິນປູກດອກໄມ້ຫຼືເຮັດກິດຈະກໍາເບົາໆຢ່າງອື່ນທີ່ໜ້າເພີດເພີນ ຄວາມສົນໃຈຂອງພວກ ເຂົາຈະຖືກບ່ຽງເບນອອກພົ້ນຕົວແລະຄວາມເຈັບປ່ວຍຂອງຕົນເອງ {MH 265.1}ມແ 266.3

    ຜູ້ປ່ວຍທີ່ມີໂອກາດຢູ່ນອກອາຄານຫຼາຍເທົ່າໃດ ເຂົາຈະຕ້ອງການການເຝົ້າຕິດ ຕາມດູແລນ້ອຍລົງເທົ່ານັ້ນ ສະພາບແວດລ້ອມທີ່ມີຄວາມສົດຊື່ນຫຼາຍເທົ່າໃດ ກໍຈະເປັນ ປະໂຫຍດຕໍ່ຜູ້ປ່ວຍເອງຫຼາຍເທົ່ານັ້ນ ເມື່ອຖືກຈໍາກັດໃຫ້ຢູ່ແຕ່ໃນບ້ານ ບໍ່ວ່າບ້ານຈະ ໄດ້ຮັບການຕົກແຕ່ງໃຫ້ຫຼູຫຼາພຽງໃດ ເຂົາກໍຈະເກີດກັງວົນໃຈແລະຫົດຫູ່ ການທີ່ຜູ້ປ່ວຍ ໄດ້ຢູ່ທ່າມກາງສິ່ງແວດລ້ອມທີ່ສວຍງາມຕາມທໍາມະຊາດ ໃນທີ່ໆເຂົາສາມາດເບິ່ງເຫັນ ດອກໄມ້ທີ່ກໍາລັງເບັ່ງບານແລະຍິນສຽງນົກຮ້ອງຂັບຂານ ສຽງເພງກໍຈະເຂົ້າໄປໃນຈິດໃຈ ຫົວໃຈຂອງເຂົາບັນເລງສຽງເພງທີ່ປະສານກັບບົດເພງຂອງເຫຼົ່ານົກ ຄວາມຜ່ອນຄາຍຈະ ບັງເກີດຂຶ້ນກັບຮ່າງກາຍ ສະຕິປັນຍາຈະເລີ່ມຕົ້ນຂຶ້ນ ການຈິນຕະນາການຈະຖືກກະຕຸ້ນ ແລະຈິດໃຈຈະເກີດຄວາມພ້ອມທີ່ຈະຮຽນຮູ້ແລະເຂົ້າໃຈໃນພຣະວັດຈະນະຂອງພຣະເຈົ້າ {MH 265.2}ມແ 267.1

    ໃນທໍາມະຊາດນັ້ນເຮົາຈະເຫັນອັນໃດຫຼາຍຢ່າງທີ່ສາມາດຈະຫັນຄວາມສົນໃຈ ຂອງຜູ້ປ່ວຍຈາກຕົວເອງໃຫ້ພົ້ນໄປຫາພຣະເຈົ້າໄດ້ສະເໝີ ເມື່ອຢູ່ທ່າມກາງສະພາບແວດ ລ້ອມຊຶ່ງເປັນພຣະຫັດທະກິດອັນມະຫັດສະຈັນຂອງພຣະເຈົ້າ ຈິດໃຈຂອງພວກເຂົາຈະ ໄດ້ຮັບການຍົກຊູຈາກສິ່ງທີ່ເບິ່ງບໍ່ເຫັນໄປຍັງສິ່ງທີ່ສາຍຕາບໍ່ອາດແລເຫັນໄດ້ ຄວາມສວຍ ງາມຂອງທໍາມະຊາດຈະຊ່ວຍຊັກຈູງໃຫ້ພວກເຂົາໄດ້ຄິດໄປເຖິງທີ່ແຜ່ນດິນສະຫວັນເປັນ ທີ່ໆບໍ່ມີສິ່ງໃດມາທໍາລາຍຄວາມງົດງາມໃຫ້ມົວໝອງ ຈະບໍ່ມີສິ່ງໃດມາລົບລ້າງຫຼືເຮັດ ໃຫ້ຕ້ອງເປື້ອນເປັນມົນທິນແລະຈະບໍ່ມີສິ່ງໃດມາເຮັດໃຫ້ເກີດໂລກໄພຫຼືແມ່ນແຕ່ຄວາມ ຕາຍ {MH 265.3}ມແ 267.2

    ໃຫ້ແພດແລະພະຍາບານທັງຫຼາຍດຶງສິ່ງຕ່າງໆ ຈາກທໍາມະຊາດມາເປັນບົດຮຽນ ຄໍາສອນຊອງພຣະເຈົ້າ ໃຫ້ພວກເຂົາຊີ້ໃຫ້ຜູ້ປ່ວຍເຫັນເຖິງພຣະອົງ ຜູ້ຊົງສ້າງຕົ້ນໄມ້ສູງ ໃຫຍ່ ເດີ່ນຫຍ້າແລະດອກໄມ້ນາໆ ໜູນໃຈພວກເຂົາໃຫ້ຮຽນຮູ້ແລະເຂົ້າໃຈເຖິງຄວາມ ຮັກຂອງພຣະອົງທີ່ຊົງມີບຸດທັງຫຼາຍຂອງພຣະອົງທີ່ສະແດງຜ່ານດອກໄມ້ຈູມແລະ ດອກໄມ້ທີ່ກໍາລັງເບັ່ງບານທຸກໆດອກ ພຣະອົງຜູ້ຊົງດູແລຮັກສາເຫຼົ່າໝູ່ນົກແລະມວນ ດອກໄມ້ຍ່ອມຈະຊົງພິທັກຮັກສາມະນຸດທັງຫຼາຍທີ່ຖືກສ້າງຂຶ້ນຕາມພຣະສາຍາຂອງ ພຣະອົງ {MH 266.1}ມແ 267.3

    ເມື່ອມາຢູ່ນອກອາຄານທ່າມກາງສັບພະສິ່ງທີ່ພຣະເຈົ້າຊົງເນລະມິດສ້າງໄດ້ຫາຍ ໃຈເອົາອາກາດທີ່ບໍລິສຸດທີ່ເສີມສ້າງສຸຂະພາບ ຍ່ອມເປັນເວລາທີ່ດີທີ່ສຸດທີ່ຜູ້ປ່ວຍຈະໄດ້ ຮັບການບອກເລົ່າເລື່ອງລາວຂອງຊີວິດໃໝ່ທີ່ມີຢູ່ໃນພຣະຄຣິດ ເຮົາສາມາດອ່ານພຣະ ວັດຈະນະຂອງພຣະເຈົ້າໃຫ້ພວກເຂົາຟັງໃນສະຖານທີ່ເຊັ່ນນັ້ນ ໃນທີ່ນັ້ນແສງສະຫວ່າງ ແຫ່ງຄວາມຊອບທໍາຂອງພຣະຄຣິດຈະສ່ອງເຂົ້າໄປໃນຈິດໃຈທີ່ມືດມົນເພາະຄວາມຜິດ ບາບໄດ້ມແ 268.1

    ໂອ ແຕ່ລະວັນ ຫາກຂ້າ ຈະໄດ້ເຫັນ
    ທີ່ຈະໄດ້ຢູ່ໃກ້ຊິດກັບພຣະເຈົ້າ
    ເວລາແຫ່ງຄວາມເບີກບານຂອງຂ້າ ຄົງຈະໂບກບິນໄປຢ່າງໄວວາ
    ໃນຂະນະທີ່ຂ້າ ວາງໃຈຢູ່ໃນພຣະວັດຈະນະຂອງພຣະອົງ
    ພຣະອົງເຈົ້າຂ້າ ຂ້າປາຖະໜາທີ່ຈະໄດ້ມີຊີວິດໃໝ່
    ຢູ່ໃນພຣະອົງທຸກໆມື້
    ໃນຄວາມສຸກທີ່ໂລກບໍ່ອາດຍອມຈະມອບໃຫ້ໄດ້
    ແລະຈະບໍ່ມີມື້ຍາດແຍ່ງໄປໄດ້

    ພຣະເຢຊູເຈົ້າ ຂໍສະເດັດມາຄອບຄອງຢູ່ໃນຈິດໃຈຂອງຂ້າ
    ແລະໂປດຮັບຂ້າໄວ້ເປັນຂອງພຣະອົງ
    ເພື່ອຂ້າ ຈະໄດ້ບໍ່ຕ້ອງພັດພາກຈາກພຣະອົງອີກຕໍ່ໄປ
    ຈົນເຮັດໃຫ້ພຣະອົງຊົງເສົ້າພຣະໄທ
    ມແ 268.2

    ເບນຢາມິນ ຄລິຟໍແລນ {MH 266.2}

    ຊາຍຍິງທັງຫຼາຍທີ່ຕ້ອງການຮັບການບໍາບັດໂລກທາງກາຍແລະໂລກທາງຈິດວິນ ຍານສົມຄວນໄດ້ຮັບການນໍາພາໃຫ້ເຂົ້າມາຢູ່ໃກ້ຊິດກັບຜູ້ຊຶ່ງມີວາຈາແລະຄວາມປະພຶດ ທີ່ມີພະລັງທີ່ສາມາດຊັກຈູງພວກເຂົາໃຫ້ມາຫາພຣະຄຣິດ ພວກເຂົາສົມຄວນໄດ້ຮັບ ການນໍາພາໃຫ້ເຂົ້າມາຢູ່ພາຍໃຕ້ລິດອໍານາດຂອງພຣະເຈົ້າຜູ້ຊົງດໍາລົງເປັນນາຍແພດໃຫຍ່ ທີ່ເຮັດການເຜີຍແຜ່ສາສະໜາ ພຣະອົງຜູ້ຊົງສາມາດຮັກສາໂຣກໄພໄດ້ທັງຝ່າຍຮ່າງກາຍ ແລະຝ່າຍຈິດວິນຍານ ພວກເຂົາຈະຕ້ອງໄດ້ຟັງເລື່ອງລາວກ່ຽວກັບຄວາມຮັກຂອງພຣະ ຜູ້ຊ່ວຍໃຫ້ລອດແລະການອະໄພບາບທີ່ພຣະອົງຊົງພ້ອມຈະປະທານໃຫ້ລ້າໆ ແກ່ຄົນ ທັງຫຼາຍທີ່ມາສາລະພາບຄວາມຜິດບາບຕໍ່ພຣະອົງ {MH 267.1}ມແ 268.3

    ພາຍໃຕ້ອິດທິພົນເຫຼົ່ານີ້ ຫຼາຍຄົນຕ້ອງທົນທຸກທໍລະມານຈະໄດ້ຮັບການນໍາພາໃຫ້ ດໍາເນີນໄປເທິງວິຖີຂອງຊີວິດ ເຫຼົ່າທູດສະຫວັນຈະຮ່ວມມືກັບຕົວແທນທີ່ເປັນມະນຸດ ເພື່ອນໍາຄວາມຫວັງແລະກໍາລັງໃຈ ຄວາມຊື່ນຊົມຍິນດີແລະສັນຕິສຸກໄປສູ່ຈິດໃຈຂອງ ຜູ້ທີ່ປ່ວຍໄຂ້ແລະຜູ້ທີ່ຕ້ອງທົນທຸກທໍລະມານ ພາຍໃຕ້ສະພາບເຊັ່ນນີ້ຜູ້ປ່ວຍຈະໄດ້ຮັບ ພຣະພອນເພີ່ມເປັນທະວີຄູນແລະຫຼາຍຄົນກໍຈະມີສຸຂະພາບທີ່ສົມບູນແຂງແຮງ ບາດ ກ້າວທີ່ອ່ອນແຮງກໍຈະກັບຄືນສູ່ກໍາລັງວັງຊາທີ່ຄ່ອງແຄ້ວວ່ອງໄວ ສາຍຕາກໍຈະກັບມີປະ ກາຍອັນແຈ່ມໃສ ຜູ້ທີ່ສິ້ນຫວັງກໍກັບມີຄວາມຫວັງຂຶ້ນໃໝ່ ໃບໜ້າທີ່ເຄີຍເສົ້າໝອງກໍກັບ ອາບດ້ວຍຄວາມສຸກ ນໍ້າສຽງທີ່ເຄີຍຈົ່ມວ່າຕິຕຽນກໍຈະກັບເປ່ງສຽງຮ້ອງສະແດງຄວາມ ລ່າເລິງແຈ່ມໃສແລະຄວາມເພິ່ງພໍໃຈ {MH 267.2}ມແ 269.1

    ເມື່ອສຸຂະພາບຮ່າງກາຍໄດ້ຄວາມແຂງແຮງກັບຄືນມາ ຊາຍຍິງທັງຫຼາຍກໍມີຄວາມ ເຊື່ອໃນພຣະຄຣິດຢ່າງໝັ້ນຄົງຍິ່ງຂຶ້ນທີ່ພຣະອົງໄດ້ຊົງຊ່ວຍໃຫ້ພວກເຂົາຟື້ນຄືນຈິດວິນ ຍານທີ່ຜ່ອງແຜ້ວ ຜູ້ທີ່ສໍານຶກໃນຄວາມຜິດບາບເມື່ອໄດ້ຮູ້ວ່າພຣະເຈົ້າຊົງໂປດປະທານ ການອະໄພໃຫ້ແກ່ພວກເຂົາແລ້ວ ຈິດໃຈກໍຈະມີສັນຕິສຸກ ມີຄວາມຊື່ນຊົມຍິນດີແລະ ການພັກສະຫງົບເກີນຄໍາພັນລະນາໄດ້ ຄວາມຫວັງທີ່ມີຄວາມມືດມົນກໍຈະສະຫວ່າງສົດໃສ ຄໍາເວົ້າກໍຈະສະແດງອອກເຖິງຄວາມເຊື່ອທີ່ວ່າ “ພຣະເຈົ້າຊົງເປັນທີ່ລີ້ໄພແລະເປັນ ກໍາລັງຂອງຂ້າພະອົງທັງຫຼາຍ ເປັນຄວາມຊ່ວຍເຫຼືອທີ່ພ້ອມຢູ່ໃນຍາມຍາກລໍາບາກ ” ” ແມ່ນວ່າຂ້າພະອົງຈະຍ່າງໄປຕາມຫຸບເຂົາເງົາມັດຈະລາດ ຂ້າພະອົງບໍ່ຢ້ານອັນຕະລາຍ ໃດໆເພາະພຣະອົງສະຖິດຢູ່ກັບຂ້າພະອົງ ໄມ້ຄ້ອນແລະຄວາມຊຸ່ມຊື່ນຈາກອຸ້ງມືຂອງ ພຣະອົງຄອຍປົກປ້ອງແລະເລົ່າໂລມຂ້າພະອົງ” ” ພຣະອົງປະທານກໍາລັງແກ່ຄົນອ່ອນ ເພຍແລະແກ່ຜູ້ທີ່ບໍ່ມີກໍາລັງ ພຣະອົງຊົງເພີ່ມແຮງ ” ເພງສັນລະເສີນ 46:1; 23:4; ເອ ຊະຢາ 40:29ມແ 269.2

    ຂ້າເຊື່ອຈຶ່ງເບິ່ງໄປທີ່ ລູກແກະແຫ່ງຄາວາຣີ
    ເພື່ອຖະຫວາຍກາຍ ຂໍພຣະອົງໂປດຊົງຟັງ
    ຄວາມຜິດຂໍພຣະໂປດລ້າງ ໃຫ້ຂ້າແຈ້ງໃສກະຈ່າງ
    ສົມດັ່ງພຣະໄທ
    ພຣະຄຸນພຣະອົງສູງສຸດ ໃຫ້ໃຈຂ້າພະອົງບໍລິສຸດ
    ຮັກພຣະອົງມາກມາຍ ພຣະອົງຊົງຕາຍເພື່ອຂ້າພະອົງ
    ຫວັງໃຫ້ໄດ້ຊີວິດມາ ສົມດັ່ງຂ້າປາຖະໜາ
    ເປັນຄຸນເຫຼືອຫຼາຍ
    ເມື່ອຍັງຢູ່ໃນໂລກນີ້ ຄວາມທຸກລໍາບາກມາກມີ
    ຂ້າທຸກກາຍໃຈ ໂປດອໍານວຍໃຫ້ທຸກຫາຍ
    ຄວາມລະທົມໃຫ້ຜ່ອນຄາຍ ຂໍພຣະອົງຢ່າໜ່າຍໜີໄປ
    ໂປດຢູ່ຂ້າງກາຍ
    ມແ 270.1

    (ເຣຍ໌ ປາລ໌ເມີ) {MH 267.3}